4 ເປົ້າໝາຍຫລັກ ຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ປິ2025-2030

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ຈັດກອງປະຊຸມວິສາມັນທົ່ວປະ ເທດ ເພື່ອຜ່ານ ຮ່າງຍຸດທະສາດການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ໃນວັນທີ 21 ມັງກອນ 2025 ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄອຄຂ.ສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ທາງໄກ.
ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ວຽກງານອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ເປັນໜຶ່ງໃນວຽກຈຸດສຸມໃນການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແລະ ຄວາມພະຍາຍາມໃນການຫລຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ ພ້ອມທັງແກ້ໄຂບັນຫາຕ່າງໆ ທີ່ປິ່ນອ້ອມຂອງພາກທຸລະກິດ ແລະ ເພື່ອສືບຕໍ່ປັບປຸງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍສະເພາະ ການແກ້ໄຂບັນຫາຂອງພາກທຸລະກິດໃນປັດຈຸບັນ ແລະ ຕໍ່ໜ້າ ຕ້ອງໄດ້ມີການກໍານົດແຜນງານ, ກິດຈະກໍາ, ງົບປະມານ ຫລື ໂຄງການຄັກແນ່ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍ.

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ, ຫົວໜ້າກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ສະເໜີຮ່າງຍຸດທະສາດການອໍານວຍຄວາມສະ ດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ເຊິ່ງປະກອບມີ 12 ມາດຕະການ ແລະ 23 ແຜນງານ ແລະ ມີ 4 ເປົ້າໝາຍຫລັກຄື: ເລັ່ງໃສ່ຫລຸດຜ່ອນເວລາໃນການອອກອະນຸ ຍາດ, ຢັ້ງຢືນການ ນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງຂະແໜງ ການທີ່ກ່ຽວຂ້ອງ ໃຫ້ໄດ້ຢ່າງໜ້ອຍ 40%; ຫລຸດຜ່ອນເວ ລາໃນການກວດປ່ອຍສິນຄ້ານໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຢູ່ດ່ານສາກົນ ໃຫ້ໄດ້ຢ່າງໜ້ອຍ 50%; ປັບປຸງດັດສະນີີຕົວຊີ້ວັດປະສິດທິພາບດ້ານໂລຈິສຕິກ ຂອງ ສປປ ລາວ ໃຫ້ບັນລຸຢ່າງໜ້ອຍ 3.4 ຄະ ແນນ ແລະ ຫລຸດຜ່ອນຈຸດກວດກາຕາມເສັ້ນທາງທີ່ບໍ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ຢູ່ພາຍໃນປະເທດ ໃຫ້ໄດ້ຢ່າງໜ້ອຍ 50%.
ນອກຈາກນີ້, ກອງປະຊຸມ ໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບຮ່າງຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ແລະ ໄດ້ເຫັນດີເປັນເອກະພາບສູງ ໃຫ້ມີການປັບປຸງຮ່າງຍູດທະສາດດັ່ງກ່າວ, ເພີ່ມເຕີ່ມ ໂດຍໃຫ້ກອງເລຂາຮຽບຮຽງຄືນດ້ານໂຄງສ້າງ, ເນື້ອໃນ ແລະ ຄໍາສັບຕ່າງໆໃຫ້ສອດຄ່ອງກັບຫລັກການ ແລ້ວນໍາສົ່ງໃຫ້ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນມີຄໍາເຫັນ.
ຫລັງຈາກນັ້ນ, ໃຫ້ສັງຮວມລາຍງານ ທ່ານຫົວໜ້າ ຄອຄຂ.ສ ພິຈາລະນາ ກ່ອນສະເໜີເອົາເຂົ້າວາລະກອງປະຊຸມລັດຖະບານ ໃນເດືອນ ກຸມພາ 2025 ເພື່ອພິຈາລະຮັບຮອງ ໃນຂັ້ນຕອນຕໍ່ໄປ.