ໂຄງການສ້າງຄວາມອາດສາມາດອະນຸລັກ ເສົາລາ ຢູ່ແຂວງບໍລິຄຳໄຊ ມູນຄ່າ 855,000 ໂດລາ

ວັນທີ 23 ມັງກອນ 2025 ຜ່ານມານີ້ ແຂວງບໍລິຄຳໄຊ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງຄວາມອາດສາມາດໃຫ້ພະນັກງານລັດຂະແໜງການປ່າໄມ້ ກ່ຽວກັບວຽກງານອະນຸລັກ ເສົາລາ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສົມສະໜຸກ ໄຊມູນຄໍາ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊ, ທ່ານ ອຸປະກອນ ອະລຸນສະຫວັດ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ລໍແຣນ ສະກອດຊັນ ຜູ້ບໍລິຫານໃຫຍ່ ມູນນິທິເສົາລາ ເພື່ອອະນຸລັກພື້ນທີ່ສາຍພູຫຼວງ.
ຈຸດປະສົງຂອງໂຄງການກໍ່ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍຸດທະສາດການເຕີບໂຕສີຂຽວ ຂອງ ສປປ ລາວ ຮອດ 2030, ໂດຍການຮ່ວມມືກັບ ກະຊວງກະສິກຳ ແລະ ປ່າໄມ້ ໃນການປົກປັກຮັກສາ ເສົາລາ ແລະ ຊະນິດພັນ ທີ່ຖືກໄພຂົ່ມຂູ່ອື່ນໆຈາກການສູນພັນ ໃນພື້ນທີ່ປ່າສາຍພູຫຼວງ ແນໃສ່ຮັບປະກັນການອະນຸລັກເສົາລາ ໃນປ່າໃນໄລຍະຍາວ, ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ກອງທຶນປົກປັກຮັກສາລະບົບນິເວດທຳມະຊາດ, ມູນນິທິປົກປັກຮັກສາພື້ນທີ່ອາໄສຂອງຊີວະນານາພັນ ແລະ ມູນນິທິເສົາລາເພື່ອການອະນຸລັກພື້ນທີ່ສາຍພູຫຼວງ ຈຳນວນ 855,000 ໂດລາ (ແປດແສນຫ້າສິບຫ້າພັນໂດລາ), ທີ່ຕັ້ງຂອງໂຄງການແມ່ນຢູ່ເມືອງໄຊຈຳພອນ, ເມືອງວຽງທອງ ແລະ ເມືອງຄຳເກີດ ກວມເອົາທັງໝົດ 22 ບ້ານ ເຂດອະນຸລັກພັນສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ພູສີທົນ, ເຂດປ່າສະຫງວນແຂວງ ພູຈອມວອຍ, ເຂດຊົດເຊີຍຊີວະນານາພັນ ນໍ້າຈວນ-ນໍ້າຊັ່ງ ແລະ ເຂດພື້ນທີ່ປ່າປ້ອງກັນແຂວງ, ໂຄງການແມ່ນເລີ່ມແຕ່ວັນທີ 01 ມັງກອນ 2025 ເຖິງວັນທີ 31 ທັນວາ 2026, ເຊິ່ງມີກິດຈະກຳຫຼັກຄື: ສ້າງຄວາມອາດສາມາດໃຫ້ພະນັກງານຂະແໜງການປ່າໄມ້ ໂດຍຜ່ານການຄັດເລືອກໝາດົມກິ່ນ ແລະ ການຝຶກອົບຮົມ, ສໍາຫຼວດກໍານົດພື້ນທີ່ເປົ້າໝາຍທີ່ເປັນບູລິມະສິດ ແລະ ສໍາຫຼວດ ເສົາລາ, ໂຄສະນາເຜີຍແຜ່ບັນດານິຕິກຳຕ່າງໆ ກ່ຽວກັບວຽກງານສັດປ່າ, ປ່າໄມ້ ແລະ ແລກປ່ຽນ ບົດຮຽນກັບ ສສ. ຫວຽດນາມ.