ປີ 2024 ແຂວງເຊກອງ ສົ່ງອອກສິນຄ້າບັນລຸໄດ້ 170 ລ້ານກວ່າໂດລາ

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງສາລະວັນທຊຸດທີ II ວັນທີ 14 ມັງກອນ 2025 ຜ່ານມານີ້ ວ່າ: ທົ່ວແຂວງມີໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທັງໝົດ 113 ຫົວໜ່ວຍ, ມີມູນຄ່າການລົງທຶນ 58.89 ຕື້ກີບ, ມີຈຳນວນແຮງງານທັງໝົດ 735 ຄົນ. ໃນນີ້, ໂຮງງານຂະໜາດໃຫຍ່ 3 ຫົວໜ່ວຍ ມີມູນຄ່າການລົງທຶນ 14.91 ຕື້ກີບ ມີຈຳນວນແຮງງານທັງໝົດ 79 ຄົນ, ໂຮງງານຂະໜາດກາງ 8 ຫົວໜ່ວຍ ມີມູນຄ່າການລົງທຶນ 14.85 ຕື້ກີບ ມີຈໍານວນແຮງງານ 107 ຄົນ, ໂຮງງານຂະໜາດນ້ອຍ 76 ຫົວໜ່ວຍ ມີມູນຄ່າການລົງທຶນ 27.26 ຕື້ກີບ ມີຈໍານວນແຮງງານ 453 ຄົນ ແລະ ໂຮງງານຂະໜາດນ້ອຍ (ແບບຄອບຄົວ) 26 ຫົວໜ່ວຍ ມີມູນຄ່າການລົງທຶນ 1.85 ຕື້ກີບ ມີຈໍານວນແຮງງານ 96 ຄົນ. ດ້ານການຈໍລະຈອນສິນຄ້າກະສິກຳ, ສິນຄ້າທົ່ວໄປ, ການຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ ປະຕິບັດໄດ້ 474,73 ຕື້ກີບ ທຽບໃສ່ແຜນປີລື່ນແຜນ 64%, ບໍລິມາດຈາລະຈອນຂົນສົ່ງສິນຄ້າໄດ້ 6,339,472 ໂຕນ/ກມ, ບໍລິມາດຈາລະຈອນຂົນສົ່ງໂດຍສານ 6,731,515 ຄົນ/ກມ, ອອກໃບຢັ້ງຢືນຕໍ່ໃບອະນຸຍາດດຳເນີນກິດຈະການໂຮງງານ 3 ຫົວໜ່ວຍ ທຶນຈົດທະບຽນ7 ຕື້ກີບ, ອອກໃບຢັ້ງຢືນຜະລິດຕະພັນໄມ້ 10,62 ພັນແມັດກ້ອນ ມູນຄ່າ 27.44 ຕື້ກີບ ແລະ ອອກຢັ້ງຢືນຜະລິດຕະພັນຖ່ານຂາວ 945.04 ໂຕນ ມູນຄ່າ 3.91 ຕື້ກີບ.
ໃນປີ 2024 ຜ່ານມາ ນຳເຂົ້າສິນຄ້າທັງໝົດ 7.01 ລ້ານໂດລາສະຫະລັດ ທຽບໃສ່ແຜນປີເທົ່າກັບ 37,03% ແລະ ຜະລິດສິນຄ້າສົ່ງອອກບັນລຸໄດ້ 178.22 ລ້ານໂດລາ ທຽບໃສ່ແຜນປີເທົ່າກັບ 69,61% ແລະ ເຮັດໃຫ້ແຂວງເກີນດຸ່ນການຄ້າ 171,21 ລ້ານໂດລາ. ພ້ອມກັນນີ້, ຍັງມີມູນຄ່າຈໍລະຈອນສິນຄ້າປະຕິບັດໄດ້ 474.73 ຕື້ກີບ ທຽບໃສ່ແຜນປີ ລື່ນແຜນ 64%.