ພາຂວັນ ອົງປະກອບສໍາຄັນຂອງພິທີບາສີສູ່ຂວັນ

ໂດຍ: ນົກສາລິກາ
ພາຂວັນ ໝາຍເຖິງພາພານທີ່ປະກອບດ້ວຍໃບຕອງຫຍິບເປັນຮູບຈວມ ແຫຼມຄ້າຍຕົ້ນໝາກເບັງແຕ່ໃຫຍ່ກວ່າ ວາງໃສ່ໂອ ຫຼື ເທິງພາພານປະດັບດອກໄມ້, ເຂົ້າໜົມ, ໄກ່ຕົ້ມ, ເຫຼົ້າ, ຝ້າຍຜູກແຂນ, ແອບເຂົ້າ ເພື່ອສູ່ຂວັນ ຫຼື ເອີ້ນ ເອົາຂວັນເອີ້ນ: ພາຂວັນ.
ການຈັດພາຂວັນມີຄວາມໝາຍໃນແງ່ຄວາມເຊື່ອດ້ວຍ ວິທີປຽບທຽບຄື: ໝາກເບັງ ນອກຈາກວາງຢູ່ໃຈກາງເຮັດໃຫ້ພາຂວັນມີຄວາມຈົບງາມ, ມີລະບຽບຮຽບ. ພາຂວັນທີ່ຈັດຂຶ້ນເພື່ອສູ່ຂວັນ-ບາສີໃນໂອກາດຕ່າງໆ ເປັນສັນຍະລັກແຫ່ງຄວາມສາມັກຄີ, ມິດຕະພາບ, ການສົ່ງເສີມໃຫ້ມີກໍາລັງໃຈ, ຄວາມເຂັ້ມແຂງ, ຄວາມຊົມເຊີຍ, ການຂໍຂະມາ-ລາໂທດ, ການກັບມາ, ການ ຈາກໄປ, ການເລີ່ມຕົ້ນ ແລະ ເປັນສັນຍະລັກແຫ່ງຄວາມສໍາເລັດ.
ການກະກຽມພາຂວັນສ່ວນຫຼາຍ ແມ່ນຜູ້ເຖົ້າຜູ້ແກ່ ເຊິ່ງເລີ່ມດ້ວຍ ການຫຍິບໝາກເບັງຈາກໃບຕອງກ້ວຍ ເຊິ່ງເພິ່ນນຳມາຈີບໃຫ້ເປັນຮູບລັກສະນະສາມຫຼ່ຽມຫຼາຍໆອັນ ແລ້ວຫຍິບຄັດຕິດ ແລະ ຊ້ອນເລື່ອມກັນໃຫ້ເປັນ ຮູບຈວຍຕາມຂະໜາດທີ່ຕ້ອງການ ແລ້ວເອ້ດ້ວຍດອກໄມ້ຫຼາກຫຼາຍຊະນິດ ພ້ອມທັງໃບໄມ້ທີ່ເປັນມຸງຄຸນ. ດອກໄມ້ທີ່ໃຊ້ປະດັບພາຂວັນຈະແຕກຕ່າງກັນ ຕາມເຫດການ ແລະ ກໍຂຶ້ນກັບລະດູຂອງດອກໄມ້ອີກເຊັ່ນວ່າ: ໃນງານສູ່ຂວັນ, ປີໃໝ່ລາວ ເພິ່ນມັກໃຊ້ດອກຈຳປາ, ດອກດາວເຮືອງ, ດອກສາມປີ, ດອກຄູນ, ໃບຍົມ, ໃບຍໍ ແລະ ໃບເງິນໃບຄຳເປັນຕົ້ນ. ສ່ວນໃນພິທີແຕ່ງງານດອກໄມ້ທີ່ນິຍົມໃຊ້ແມ່ນດອກຮັກ, ດອກດາວເຮືອງ, ໃບເງິນ, ໃບຄຳ ແລະ ໃບຄູນ ເປັນສ່ວນໃຫຍ່ ໂດຍອີງຕາມຄວາມໝາຍມາຈາກຊື່ຂອງດອກໄມ້ ທີ່ສະແດງເຖິງຄວາມຮັກ ແລະ ຄວາມຮຸ່ງເຮືອງຕະຫຼອດຊີວິດຄູ່.
ພາຂວັນຂອງແຕ່ລະທ້ອງຖິ່ນກໍແຕ່ກຕ່າງກັນໄປຕາມຮີດຄອງຂອງຄົນລາວທີ່ຖືສາສະໜາພຸດພາຂວັນແມ່ນຕ້ອງມີໝາກເບັງເປັນສັນຍະລັກ ຕ່າງແຕ່ການຕົບແຕ່ງຂອງໝາກເບັງອາດຈະແຕກຕ່າງກັນຂຶ້ນກັບລັກສະນະ ພິເສດຂອງແຕ່ລະທ້ອງຖິ່ນ.
ພາຂວັນປະກອບດ້ວຍ 2 ລັກສະນະຄື: ພາຂວັນແບບພື້ນເມືອງ ແລະ ພາຂວັນແບບປະຍຸກ.
1) ພາຂວັນແບບພື້ນເມືອງ: ເປັນພາຂວັນທີ່ມີການຈັດແຈງກະທັດຮັດບໍ່ເນັ້ນດ້ານສີສັນຄວາມງາມ, ຄວາມຫຼາກຫຼາຍສິ່ງຂອງທີ່ນຳປະກອບໃນພາຂວັນ, ຊາວລາວໃນເມື່ອກ່ອນຖືເນື້ອໃນການສູ່ຂວັນເປັນທີ່ສຳຄັນ ສ່ວນພາຂວັນຖືວ່າເປັນສ່ວນປະກອບໃນພິທີສູ່ຂວັນເທົ່ານັ້ນເຊັ່ນ: ພາຂວັນຈະໃຊ້ພາສະນະໃດໜຶ່ງ ຫຼື ພາເຂົ້າມາຕັ້ງ, ປູຜ້າ ແລະ ຢອງພາຖາດ ຫຼື ຈານທີ່ມີ ໄກ່ຕົ້ມ, ໄຂ່, ເຂົ້າສຸກ, ເຫຼົ້າ, ພາເສື້ອ-ພາຜ້າ ແລະ ຝ້າຍຜູກແຂນກໍເປັນພາຂວັນໄດ້ ໂດຍທີ່ບໍ່ມີໝາກເບັງກໍໄດ້.
2) ພາຂວັນແບບປະຍຸກ: ເປັນພາຂວັນທີ່ເນັ້ນດ້ານສີສັນຄວາມງາມໂດຍເລີ່ມຈາກການຫຍິບໝາກເບັງດ້ວຍໃບຕອງ ຫຼື ດ້ວຍເຈ້ຍເງິນທີ່ເປັນຊັ້ນ, ຊໍ່ຄ້າຍຄືຮູບທາດ, ປະດັບດ້ວຍດອກຈໍາປາ, ດອກດາວເຮືອງ, ດອກຄູນ, ດອກຮັກ, ທຽນເຜິ້ງທີ່ສວຍງາມ ສາມາດຫຍິບໝາກເບັງໄດ້ຕາມຂະໜາດທີ່ຕ້ອງການນຳມາຕັ້ງຢອງໃຈກາງພາຂວັນ ແລະ ຈັດວາງໄກ່ຕົ້ມ, ໄຂ່, ເຂົ້າສຸກ, ເຫຼົ້າ, ເຂົ້າ ໜົມ, ໝາກໄມ້ອ້ອມຂ້າງຈົນເຕັມພາ, ເຄື່ອງເງິນ-ເຄື່ອງຄໍາ, ເຄື່ອງຄໍ້າ-ເຄື່ອງຄູນ.
ໃນພາຂວັນສອງຮູບແບບຂ້າງເທິງນັ້ນສິ່ງທີ່ສໍາຄັນກໍຄືການປະກອບເຄື່ອງໃຫ້ຄົບ ແລະໃຫ້ຖືກຕ້ອງຕາມແບບທີ່ເຄີຍປະຕິບັດກັນມາ ເຖິງຈະມີຄວາມແຕກຕ່າງກັນໄປໃນແຕ່ລະທ້ອງຖິ່ນແຕ່ໂດຍລວມແລ້ວປະກອບດ້ວຍສ່ວນສໍາຄັນດັ່ງນີ້: ໄກ່ຂວັນ ແລະ ໄຂ່ຂວັນ, ເຂົ້າ (ເຂົ້າຂວັນ, ເຂົ້າຕົ້ມ, ເຂົ້າໜົມ), ໝາກໄມ້, ນໍ້າດື່ມ, ເຫຼົ້່າ, ນໍ້າຫວານ, ຂັນຫ້າ ແລະ ທູບ-ທຽນ, ເງິນ ແລະ ຄາຍໝໍພອນ, ໝາກເບັງ, ຝ້າຍຜູກແຂນ-ສາຍຂວັນ, ດອກໄມ້, ໃບໄມ້, ເຄື່ອງເງິນ, ເຄື່ອງຄໍາ ແລະ ວັດຖຸມຸງຄຸນ, ເສື້ອຜ້າ, ກາລະພຶກ, ເຄື່ອງປະກອບອື່ນໆຕາມແຕ່ລະກໍລະນີ ແລະ ທ້ອງຖິ່ນ.