ອາເມລິກາພົບໄຂ້ຫວັດສັດປີກ H5N9 ລະບາດໃນຟາມສັດປີກຄັ້ງທໍາອິດ

ອາເມລິກາພົບການລະບາດຂອງໄຂ້ຫວັດສັດປີກສາຍພັນ H5N9 ໃນສັດປີດເປັນຄັ້ງທໍາອິດຢູ່ຟາມເປັດແຫ່ງໜຶ່ງໃນລັດແຄລິຟໍເນຍ ຕາມລາຍງານຂອງອົງການອະນາໄມສັດໂລກ (WOAH) ໃນວັນທີ 27 ມັງກອນ.
ນອກຈາກນີ້, ທາງການອາເມລິກາຍັງພົບເຊື້ອໄຂ້ຫວັດສັດປີກສາຍພັນ H5N1 ທີ່ພົບໄດ້ທົ່ວໄປຫລາຍກວ່າ ໃນຟາມແຫ່ງດຽວກັນຢູ່ເມີເຊດ ເຄົາຕີ ລັດແຄລິຟໍເນຍ ຕາມລາຍງານທີ່ສົ່ງໄປ WOAH ຢູ່ນະຄອນຫລວງປາຣີສ. ພ້ອມລະບຸວ່າ: ໄດ້ມີການກໍາຈັດສັດປີກຢູ່ຟາມເກືອບ 119,000 ໂຕ ໃນວັນທີ 2 ທັນວາ.
ສໍານັກຂ່າວຣອຍເຕີລາຍງານວ່າ: ພະຍາດໄຂ້ຫວັດໃຫຍ່ໃນສັດ (HPAI) ຫລື ເອີ້ນທົ່ວໄປວ່າ: ໄຂ້ຫວັດສັດປີກ ໄດ້ລະບາດໄປທົ່ວໂລກໃນຫລາຍປີຜ່ານມາ ເຮັດໃຫ້ຕ້ອງທໍາລາຍສັດປີກແລ້ວຫລາຍຮ້ອຍລ້ານໂຕ ແລະ ຍັງລຸກລາມໄປຕິດສັດລ້ຽງລູກດ້ວຍນົມກວ່າສິບຊະນິດ ລວມທັງງົວນົມຢູ່ອາເມລິກາ. ອີກທັງຍັງເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ຢູ່ລັດລຸຍເຊຍນາ.
ໃນຫລາຍປີຜ່ານມາ, ສາຍພັນທີ່ສ້າງຄວາມເສຍຫາຍຫລາຍທີ່ສຸດຄື H5N1, ສ່ວນ H5N9 ນັ້ນພົບການລະບາດໄດ້ໜ້ອຍກວ່າ.
“ນີ້ເປັນການລະບາດຂອງເຊື້ອ HPAI H5N9 ໃນສັດປີກທີ່ໄດ້ຮັບການຢືນຢັນຄັ້ງທໍາອິດໃນອາເມລິກາ” ກະຊວງກະສິກໍາອາເມລິກາ ລາຍງານຕໍ່ WOAH.