ອາເມລິກາຕັດການຊ່ວຍເຫລືອຕ່າງປະເທດຊົ່ວຄາວ ກະທົບໂລກແນວໃດ ?

ກະຊວງການຕ່າງປະເທດອາເມລິກາ ສັ່ງຢຸດການຊ່ວຍເຫລືອສໍາລັບປະເທດຕ່າງໆເກືອບທັງໝົດທົ່ວໂລກ ໂດຍຈະມີຜົນທັນທີ ຫລື ພຽງບໍ່ເທົ່າໃດວັນ ຫລັງຈາກປະທານາທິບໍດີ ໂດນັລ ທຣໍາ ລົງນາມໃນຄໍາສັ່ງພິເສດຝ່າຍບໍລິຫານ (Executive Order) ໃຫ້ຢຸດການຊ່ວຍເຫລືອປະເພດດັ່ງກ່າວເປັນເວລາ 90 ວັນ.
ໃນວັນທີ 24 ມັງກອນ, ທ່ານ ມາຣໂກ ຣູບິໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ສົ່ງເອກະສານໄປຫາໜ່ວຍງານດ້ານການທູດທຸກແຫ່ງຂອງອາເມລິກາ ໂດຍໃຫ້ຢຸດສົ່ງການຊ່ວຍເຫລືອສໍາລັບຕ່າງປະເທດ ແລະ ຢຸດການຊ່ວຍເຫລືອໃໝ່ໆພ້ອມ ເຊິ່ງຈະກະທົບຕໍ່ເງິນທຶນມູນຄ່າຫລາຍພັນລ້ານໂດລາທີ່ກະຊວງການຕ່າງປະເທດ ແລະ ອົງການເພື່ອການພັດທະນາສາກົນຂອງອາເມລິກາ (USAID) ສົ່ງໄປຊ່ວຍເຫລືອໃນໂຄງການຕ່າງໆທົ່ວໂລກ.
ການເຄື່ອນໄຫວນີ້ຈະກະທົບໂລກແນວໃດ ?
ສໍານັກຂ່າວ CNN ເຊິ່ງໄດ້ເຫັນເອກະສານດັ່ງກ່າວລາຍງານວ່າ: ຄໍາສັ່ງຢຸດດັ່ງກ່າວຄວບຄຸມການຊ່ວຍເຫລືອເກືອບທັງໝົດທີ່ອາເມລິກາມີຢູ່ ຍົກເວັ້ນແຕ່ຈະມີຄໍາສັ່ງໃຫ້ໄດ້ຮັບການຍົກເວັ້ນເປັນກໍລະນີພິເສດເທົ່ານັ້ນ. ສະນັ້ນ ຈຶ່ງຄາດຄະເນວ່າ: ການເຄື່ອນໄຫວຫລ້າສຸດຈະກະທົບຕໍ່ການໃຫ້ການຊ່ວຍເຫລືອດ້ານສຸຂະພາບ, ການພັດທະນາ, ການທະຫານ ຫລື ການແຈກຈ່າຍນໍ້າດື່ມສະອາດ.
ສໍາລັບການຊ່ວຍເຫລືອທີ່ໄດ້ຮັບການຍົກເວັ້ນຈະມີພຽງການຊ່ວຍເຫລືອດ້ານອາຫານສຸກເສີນ ແລະ ເງິນທຶນທາງທະຫານທີ່ສົ່ງໄປສະໜັບສະໜູນອິດສະລາແອນ ແລະ ອີຢິບເທົ່ານັ້ນ ໂດຍເອກະສານບໍ່ໄດ້ລະບຸວ່າປະເທດອື່ນໆທີ່ໄດ້ຮັບເງິນຊ່ວຍເຫລືອທາງທະຫານເປັນປະຈໍາເຊັ່ນ: ອູແກຣນ ຫລື ໄຕ້ຫວັນ ຈະໄດ້ຮັບການຍົກເວັ້ນ ຫລື ບໍ່.
ໂຄງການຕໍ່ຕ້ານເຊື້ອ HIV ທີ່ໄດ້ຮັບການຍົກຍ້ອງໄປທົ່ວໂລກ ຄືແຜນບັນເທົາທຸກສຸກເສີນຂອງປະທານາທິບໍດີເພື່ອບັນເທົາທຸກດ້ານເອດສ໌ (The United States President’s Emergency Plan for AIDS Relief: PEPFAR) ກໍໄດ້ຮັບຜົນກະທົບ ໂດຍໂຄງການນີ້ໄດ້ຮັບການຍົກຍ້ອງວ່າຊ່ວຍຊີວິດໄດ້ເຖິງ 25 ລ້ານຄົນ ລວມທັງເດັກ 5.5 ລ້ານຄົນ ນັບແຕ່ເລີ່ມສ້າງຕັ້ງໂດຍປະທານາທິບໍດີ ຈອດ ດັບເບິລຢູ ບຸສ.
ເອກະສານຍັງລະບຸອີກວ່າ: ພາຍໃນເດືອນໜ້າ, ຝ່າຍບໍລິຫານຈະພັດທະນາເກນມາດຕະຖານສໍາລັບກວດສອບວ່າການຊ່ວຍເຫລືອທີ່ຈະສົ່ງໃຫ້ຕ່າງປະເທດນັ້ນສອດຄ່ອງກັບນະໂຍບາຍຕ່າງປະເທດຂອງປະທານາທິບໍດີ ທຣໍາ ຫລື ບໍ່ ແລະ ພາຍໃນ 3 ເດືອນຄາດວ່າການພິຈາລະນາທົ່ວລັດຖະບານຈະສໍາເລັດ ແລະ ຈະມີການສ້າງລາຍງານສະບັບຕໍ່ໄປເພື່ອໃຫ້ທ່ານ ຣູບິໂອ ສະເໜີຄໍາແນະນໍາຕໍ່ປະທານາທິບໍດີ.
ໃນຖະແຫລງການຕໍ່ສາທາລະນະ, ທ່ານ ຣູບິໂອ ກ່າວວ່າ: “ເງິນທຸກໂດລາທີ່ໃຊ້ຈ່າຍ, ໂປຣແກຣມທຸກໂປຣແກຣມທີ່ສະໜັບສະໜູນ ແລະ ນະໂຍບາຍທຸກນະໂຍບາຍທີ່ດໍາເນີນ ຈະຕ້ອງໄດ້ຮັບການພິສູດດ້ວຍການຕອບຄໍາຖາມງ່າຍໆ 3 ຂໍ້ຄື: ມັນເຮັດໃຫ້ອາເມລິກາປອດໄພຂຶ້ນ ຫລື ບໍ່, ມັນເຮັດໃຫ້ອາເມລິກາແຂງແກ່ນຂຶ້ນ ຫລື ບໍ່ ແລະ ມັນເຮັດໃຫ້ອາເມລິກາຈະເລີນຮຸ່ງເຮືອງຂຶ້ນ ຫລື ບໍ່”.
ອົງກອນດ້ານມະນຸດສະທໍາວ່າແນວໃດ ?
ຜົນກະທົບຈາການຢຸດໃຫ້ການຊ່ວຍເຫລືອຈະມີມະຫາສານ ເນື່ອງຈາກອາເມລິກາເປັນຜູ້ບໍລິຈາກການຊ່ວຍເຫລືອທາງດ້ານມະນຸດສະທໍາໃຫຍ່ທີ່ສຸດໃນໂລກມາໂດຍຕະຫລອດ ໂດຍມີງົບປະມານ 6 ໝື່ນລ້ານໂດລາ ໃນປີ 2023 ຫລື ປະມານ 1% ຂອງງົບປະມານຂອງອາເມລິກາ.
InterAction ເຊິ່ງເປັນພັນທະມິດຂອງອົງກອນນອກພາກລັດລະຫວ່າງປະເທດ ລະບຸໃນຖະແຫລງການວ່າ: ການຢຸດການຊ່ວຍເຫລືອ “ຈະຂັດຂວາງພາລະກິດໃນການຊ່ວຍຊີວິດຄົນ ເຊິ່ງລວມທັງການຈັດຫານໍ້າສະອາດໃຫ້ເດັກ, ການສຶກສາຂັ້ນພື້ນຖານສໍາລັບເດັກ, ການຢຸດການຄ້າມະນຸດທີ່ເປັນເດັກຜູ້ຍິງ ແລະ ການຈັດຫາຢາໃຫ້ເດັກ ແລະ ຜູ້ຕິດເຊື້ອພະຍາດຕ່າງໆ. ນອກຈາກນີ້ ຍັງເຮັດໃຫ້ການຊ່ວຍເຫລືອປະເທດສໍາຄັນຕໍ່ຜົນປະໂຫຍດຂອງອາເມລິກາຢຸດສະງັກເຊັ່ນ: ໄຕ້ຫວັນ, ຊິຣີ ແລະ ປາກິດສະຖານ”.
ເຈົ້າໜ້າທີ່ລະດັບສູງຂອງສໍານັກງານເພື່ອການພັດທະນາສາກົນ ເຊິ່ງບໍ່ເປີດເຜີຍຕົວຕົນກ່າວວ່າ: ອົງກອນໃຫ້ການຊ່ວຍເຫລືອຊັ້ນນໍາບາງແຫ່ງຕີຄວາມຄໍາສັ່ງດັ່ງກ່າວວ່າເປັນຄໍາສັ່ງໃຫ້ຢຸດປະຕິບັດງານທັນທີ ເຮັດໃຫ້ອົງກອນຫລາຍແຫ່ງອາດຢຸດໃຫ້ການຊ່ວຍເຫລືອທັນທີ ເພື່ອບໍ່ໃຫ້ເສຍຄ່າໃຊ້ຈ່າຍເພີ່ມຕື່ມ.
ທ່ານ ແອ໊ບບີ້ ແມັກແມນ ປະທານ ແລະ CEO ຂອງ Oxfam America ກ່າວວ່າ: ການຢຸດເງິນທຶນອາດສົ່ງຜົນຕໍ່ຄວາມເປັນຄວາມຕາຍຂອງເດັກ ແລະ ຄອບຄົວທົ່ວໂລກ ໂດຍລະບຸໃນຖະແຫລງການວ່າ: “ການທີ່ລັດຖະບານ ທຣໍາ ຢຸດການຊ່ວຍເຫລືອເພື່ອສົ່ງເສີມການຊ່ວຍເຫລືອຕ່າງປະເທດ ຖືເປັນການຄຸກຄາມຊີວິດ ແລະ ອະນາຄົດຂອງທ້ອງຖິ່ນທີ່ຢູ່ໃນສະພາບວິກິດ. ອີກທັງຍັງເປັນການປະຖິ້ມແນວທາງການຊ່ວຍເຫລືອຕ່າງປະເທດທີ່ອາເມລິກາຢຶດຖືມາຍາວນານ ເຊິ່ງເນັ້ນໃຫ້ການສະໜັບສະໜູນປະຊາຊົນໂດຍບໍ່ຄໍານຶງເຖິງເລື່ອງການເມືອງ”.
ອ້າງອີງ: