ອາຊີຕາເວັນອອກສຽງໃຕ້ໃຊ້ສານຕ້ານເຊື້ອ ໃນອາຫານຫລາຍຈົນໜ້າເປັນຫ່ວງ


ອົງການອາຫານໂລກ ແລະ ກະສິກຳແຫ່ງສະຫະປະຊາຊາດ (FAO) ເຕືອນວ່າ: ອາຊີຕາເວັນອອກສຽງໃຕ້ໃຊ້ສານຕ້ານເຊື້ອໃນອາຫານຫລາຍເກີນໄປ ແລະ ໃຊ້ແບບຜິດໆ ເປັນອັນຕະລາຍຕໍ່ຄົນ ແລະ ສັດ ເພາະຈະເຮັດໃຫ້ເຊື້ອແບກທີເຣຍດື້ຢາຍິ່ງຂຶ້ນ.
ດຣ. ຊວນ ລູໂບ ຫົວໜ້າສັດຕະວະແພດ FAO ເຕືອນນອກຮອບກອງປະຊຸມນາໆຊາດ ວ່າດ້ວຍການດື້ຢາຕ້ານຈຸລະຊີບ (AMR) ຢູ່ນະຄອນຫລວງບາງກອກ ປະເທດໄທ ໃນວັນທີ 31 ມັງກອນນີ້ວ່າ: ບັນຫາ AMR ກຳລັງແຜ່ຂະຫຍາຍຕາມມະຫານະຄອນໃນອາຊີທີ່ປະຊາກອນຂະຫຍາຍຕົວຢ່າງວ່ອງໄວ, ມີການຜະລິດອາຫານ ແລະ ພືດທາງກະສິກຳຢ່າງເຂັ້ມງວດ ໂດຍສະເພາະອາຊີຕາເວັນອອກສຽງໃຕ້ທີ່ຖືເປັນຈຸດໜ້າເປັນຫ່ວງ ເພາະປະຊາກອນເພີ່ມຂຶ້ນ, ມີການປ່ຽນແປງຂອງຄວາມເປັນເມືອງຕະຫລອດເວລາ ແລະ ມີການຜະລິດອາຫານ. ລາຍງານທີ່ອົງການອະນາໄມໂລກເຜີຍແຜ່ໃນວັນທີ 29 ມັງກອນລະບຸວ່າ: ພົບຜູ້ທີ່ອາດຈະຕິດເຊື້ອແບກທີເຣຍດື້ຢາສູງເຖິງ 500.000 ຄົນ ໃນ 22 ປະເທດທົ່ວໂລກ.
ດຣ. ລູໂບ ອ້າງລາຍງານປີ 2015 ຂອງນັກເສດຖະສາດທີ່ໄດ້ຮັບມອບໝາຍຈາກລັດຖະບານອັງກິດວ່າ: ຖ້າບໍ່ແກ້ໄຂບັນຫາ AMR ຈະເກີດຄວາມສູນເສຍທາງເສດຖະກິດສູງເຖິງ 100 ຕື້ໂດລາສະຫະລັດ ພາຍໃນປີ 2050 ແລະ ໃນລະຫວ່າງນັ້ນຈະມີຜູ້ເສຍຊີວິດເພາະ AMR ສູງເຖິງ 10 ລ້ານຄົນຕໍ່ປີ. ດຣ. ລູໂບ ລະບຸວ່າ: 90% ຂອງຜູ້ເສຍຊີວິດເຫລົ່ານີ້ຈະຢູ່ໃນປະເທດກຳລັງພັດທະນາ. FAO ຢາກໃຫ້ທຸກພາກສ່ວນຊ່ວຍເຮັດໃຫ້ຜູ້ລ້ຽງສັດຮູ້ເຖິງອັນຕະລາຍຂອງການໃຊ້ສານຕ້ານເຊື້ອເພື່ອເລັ່ງການເຕີບໃຫຍ່ ແລະ ບັງຄັບໃຊ້ລະບຽບເບິ່ງແຍງການຜະລິດອາຫານປອດໄພຢ່າງເຄັ່ງຂັດຫລາຍຂຶ້ນ.