29 ວິທີເຮັດໃຫ້ອາຍຸຍືນ ແລະ ຢູ່ຢ່າງມີຄວາມສຸກ

- ສຽງດັງ : ຈົ່ງມີສຽງຫົວດັງໆເມື່ອຮັບຮູ້ເລື່ອງຕະຫລົກ ບໍ່ວ່າຈາກການສົນທະນາ ຫລື ເບິ່ງວີດີໂອຕະຫລົກ ເພາະການຫົວຈະເຮັດໃຫ້ຮ່າງກາຍຫລັ່ງຮໍໂມນຊະນິດໜຶ່ງອອກມາ ຮໍໂມນຊະນິດນີ້ມີສ່ວນຊ່ວຍເຮັດໃຫ້ອາຍຸຍືນ.
- ມີຜົວດຽວເມຍດຽວ : ເພາະຈາກສະຖິຕິພົບວ່າຜູ້ທີ່ແຕ່ງດອງຢູ່ກິນເປັນຜົວດຽວເມຍດຽວມາຕະຫລອດ ເຮັດໃຫ້ອາຍຸຍືນກ່ວາຜູ້ມີຫລາຍຊູ້ຫລາຍຮັກ.
- ກິນຖົ່ວຫລາຍໆ : ຈາກການວິໄຈພົບວ່າການກິນຖົ່ວປະເພດຖົ່ວດິນເທື່ອລະ 1 ຂີດ 5 ເທື່ອຕໍ່ອາທິດ ເປັນການຕັດໂອກາດບໍ່ ໃຫ້ຕາຍຍ້ອນພະຍາດຫົວໃຈໄດ້.
- ຂີ່ລົດຄັນໃຫຍ່ : ບໍ່ໜ້າເຊື່ອວ່າຄົນຂີ່ລົດຄັນນ້ອຍມັກຈະເສຍຊີວິດໄວກ່ວາຄົນທີ່ຂີ່ລົດຄັນໃຫຍ່ໆ.
- ນອນເວັນເລື້ອຍໆ : ຫລັງກິນເຂົ້າສວາຍ ຫາເວລາໄປນອນເວັນປະມານເຄິ່ງຊົ່ວໂມງກໍໄດ້.
- ອາໄສຢູ່ເທິງພູອາຍຸຍືນກ່ວາອາໄສຢູ່ແຄມທະເລ : ເປັນຄວາມເຊື່ອທີ່ບໍ່ຖືກຕ້ອງມາດົນທີ່ວ່າອາໄສຢູ່ແຄມທະເລອາຍຸຈະຍືນ, ແຕ່ຜົນການວິໄຈພົບວ່າຜູ້ທີ່ມີເຮືອນຢູ່ເທິງພູມີອາຍຸຍືນກ່ວາ ດັ່ງນັ້ນຈຶ່ງມີຄວາມນິຍົມທ່ອງທ່ຽວປ່າຫລາຍກ່ວາທ່ຽວທະເລ.
7. ຫລິ້ນເກມ : ເກມຫຍັງກໍໄດ້ທີ່ບໍ່ປ່ອຍໃຫ້ເວລາຜ່ານໄປລ້າໆ ເຊັ່ນ : ຫລິ້ນໝາກດ້າມກັບໝູ່, ຮຽນຮູ້ພາສາໃໝ່ ຫລື ການທ່ອງທ່ຽວ ລ້ວນແຕ່ຊ່ວຍໃຫ້ອາຍຸຍືນ.
- ຢ່າກິນອາຫານປີ້ງເປັນປະຈຳ : ການປີ້ງຊີ້ນທີ່ປອດໄພຕ້ອງລໍຖ້າໃຫ້ຖ່ານມອດກາຍເປັນຂີ້ເຖົ່າກ່ອນ ຈຶ່ງປອດໄພຈາກສານກໍ່ພະຍາດມະເຮັງ.
- ຫລິ້ນກິລາ : ຊະນິດໃດກໍໄດ້ ຄົນທີ່ເຄີຍເປັນນັກກິລາມາກ່ອນຈະມີສະພາບຮ່າງກາຍແຂງແຮງກ່ວາຜູ້ບໍ່ເຄີຍຫລິ້ນກິລາ ຫລື ບໍ່ມັກອອກກຳລັງກາຍເລີຍ.
- ໄປມັດສະຍິດສຳລັບຄົນອິດສະລາມ, ໄປວັດສຳລັບຄົນຖືສາສະໜາພຸດ : ຈິດໃຈຈະໄດ້ສະຫງົບໃຈເຢັັນ, ຄວາມດັນ ເລືອດຕໍ່າ ດັ່ງນັ້ນ ຈຶ່ງມີໂອກາດເປັນພະຍາດຫົວໃຈວາຍໜ້ອຍກ່ວາຜູ້ທີ່ບໍ່ມີສິ່ງໃດຍຶດຖືຫລັກທາງຈິດໃຈເລີຍ.
- ຟ້ອນ ຫລື ເຕັ້ນລຳວົງຢູ່ສະເໝີ : ຜູ້ທີ່ມັກຟ້ອນຈະມີຈິດໃຈເຂັ້ມແຂງໝັ້ນຄົງ, ຄວາມຈື່ຈຳດີ ແລະ ມີປະຕິກິລິຍາໄວ, ການເຕັ້ນລຳວົງ ຫລື ເຕັ້ນແບບແອໂຣບິກ ກໍໄດ້ຜົນເຊັ່ນດຽວກັນ.
- ລ້ຽງສັດໄວ້ເປັນໝູ່ : ຜູ້ ລ້ຽງໝາ, ແມວ, ປາ ແລະ ອື່ນໆ ຈະມີຄວາມດັນເລືອດຕໍ່າ, ການ ເບິ່ງປາລອຍນຳ້ກໍເຮັດໃຫ້ຈິດໃຈສະຫງົບ, ຄວາມດັນເລືອດຕໍ່າ, ຄົນລ້ຽງສັດມັກມີອາຍຸຍືນກ່ວາຜູ້ທີ່ບໍ່ລ້ຽງສັດຫຍັງເລີຍ.
13. ຫາຍໃຈເລິກໆ : ການຫາຍໃຈເລິກໆເອົາອາກາດບໍລິສຸດເຂົ້າປອດ ຈະຊ່ວຍເຮັດໃຫ້ລະບົບພູມຕ້ານທານຮ່າງກາຍເຮັດວຽກ ດີຂຶ້ນ ຕະຫລອດຮອດເປັນການທຳລາຍເຊື້ອໄວຣັສ ແລະ ແບັກທີເຣຍທີ່ເຂົ້າສູ່ຮ່າງກາຍໃຫ້ຕາຍໄປ.
14. ກິນຜັກຫລາຍໆ : ໂດຍສະເພາະຜັກປອດສານພິດ, ຜັກມີເສັ້ນໄຍ ມັກເຮັດໃຫ້ບໍ່ເປັນພະຍາດມະເຮັງໃນລະບົບຍ່ອຍອາຫານ, ຜັກບົ້ງເຮັດໃຫ້ສາຍຕາດີ, ຜູ້ເຖົ້າເບິ່ງ ບໍ່ເຫັນຍ່ອມຕາຍໄວກ່ວາຜູ້ເຖົ້າທີ່ຕາເບິ່ງເຫັນແຈ້ງ.
- ຮູ້ປະຫວັດຄອບຄົວ : ພະຍາດທີ່ເຈັບໄຂ້ໄດ້ປ່ວຍນັ້ນສ່ວນຫລາຍສືບຕໍ່ທາງກຳມະພັນມາຍັງລູກຫລານ. ດັ່ງນັ້ນ ຕ້ອງຮູ້ວ່າບັນພະບູລຸດຕາຍຍ້ອນພະຍາດຫຍັງ ເຊັ່ນ : ພະຍາດຫົວໃຈ ກໍຕ້ອງຫລີກເວັ້ນພະຍາດນັບແຕ່ຫົວທີ.
- ເຮັດກິດຈະກຳນອກເຮືອນ : ຜົນການວິໄຈພົບວ່າຜູ້ເຖົ້າໝັ່ນອອກໄປຍັງກາງແຈ້ງມີອາກາດບໍລິສຸດ ຈະມີຄວາມເຄັ່ງ ຄຽດສະສົມໜ້ອຍ, ຜູ້ເຖົ້າທີ່ມີຄວາມເຄັ່ງຄຽດມັກຈະຕາຍໄວ.
17. ຢ່າກິນຢານອນຫລັບເປັນນິໄສ : ຢາມີປະໂຫຍດ ແລະ ມີໂທດໄປພ້ອມໆກັນ ການນອນບໍ່ຫລັບມາຈາກສາເຫດເຄັ່ງຄຽດ ຫລື ປັນຫາອື່ນໆ ຄວນແກ້ໄຂຢູູ່ຕົ້ນເຫດເຫລົ່ານັ້ນ.
- ຈັດການເວລານອນໃຫ້ພຽງພໍ : ແລະ ເຮັດເປັນປົກກະຕິນິ ໄສ ເຊັ່ນ : ນອນຈັກໂມງຕື່ນເຊົ້າຈັກໂມງ, ຄົນຍິ່ງອາຍຸຫລາຍຍິ່ງນອນຫລັບໄດ້ນ້ອຍ. ວິທີແກ້ໄຂກໍແມ່ນນອນແຕ່ຫົວຄໍ່າ, ຕື່ນແຕ່ເຊົ້າບໍ່ເປັນຜົນຮ້າຍຕໍ່ຮ່າງກາຍ, ຜູ້ເຖົ້ານອນໜ້ອຍເກີນໄປ ຫລື ຫລາຍເກີນໄປ ເປັນເຫດໃຫ້ຕາຍໄວໄດ້.
- ຫາໝູ່ໃໝ່ ແລະ ໝັ່ນແວ່ໄປຢ້ຽມຢາມ : ການຮ່ວມເຮັດທຸລະກິດຕ່າງໆກັບໝູ່ເຮັດໃຫ້ເກີດຄວາມເພີດເພີນ ຍິ່ງເປັນກິດຈະກຳເປັນປະໂຫຍດຕໍ່ສັງຄົມ ຍິ່ງເຮັດໃຫ້ອາຍຸຍືນຫລາຍຂຶ້ນ.
- ດື່ມນົມຖົ່ວເຫລືອງທຸກເຊົ້າ.
21. ມີເພດສຳພັນ : ຫາກມີເຫື່ອແຮງ ແລະ ມີອາລົມຮັກຢູ່ກໍຈົ່ງສະແດງໄປຕາມຄວາມຕ້ອງການ ຢ່າສະກົດອົດກັ້ນມັນໄວ້ ຫລື ມີຄວາມຕ້ອງການແຕ່ອະໄວຍະວະບໍ່ສູ້ ຂໍພຽງແຕ່ຄິດ ຫລື ມີອາລົມ ກໍເຮັດໃຫ້ຈິດໃຈບໍ່ຫົດຫ່ຽວ ຈຶ່ງອາຍຸຍືນໄດ້ ຜົນການວິໄຈຫລ້າ ສຸດພົບວ່າ : ຜູ້ເຖົ້າທີ່ມີແຮງທາງເພດມັກບໍ່ຄ່ອຍຕາຍໄວແຕກຕ່າງກັບຜູ້ໝົດສະມັດຕະພາບທາງເພດນັບແຕ່ອາຍຸຍັງນ້ອຍ ລ້ວນຕາຍໄວກ່ອນໄວ ຍ້ອນຜູ້ນັ້ນສູນເສຍສັນຊາດຕະຍານການແຜ່ພັນໄປ.
22. ຍ່າງຫລາຍໆ : ຫລື ໝັ່ນໃຫ້ຮ່າງກາຍເຄື່ອນໄຫວຢູ່ສະເໝີ ຢ່ານອນແຊ່ຢູ່ແຕ່ບ່ອນນອນຕະຫລອດເວລາ, ຜູ້ເຖົ້າຍ່າງມື້ລະ 30 ນາທີ ອາຍຸຍືນຂຶ້ນແນ່ນອນ.
23. ກວດສຸຂະພາບແຂ້ວ ແລະ ຜົ້ງປາກ : ພະຍາດເຫືອກ, ພະຍາດແຂ້ວກ່ຽວຂ້ອງກັບພະຍາດຫົວໃຈ ດັ່ງນັ້ນໝັ່ນກວດສຸຂະພາບແຂ້ວ ແລະ ຜົ້ງປາກຢ່າງສະໝໍ່າສະເໝີ.
- ຢ່າຕຸ້ຍ : ຄົນຕຸ້ຍຕາຍໄວກ່ວາຄົນຈ່ອຍ, ສັງເກດເບິ່ງຄົນອາຍຸຍືນມັກຈ່ອຍບາງ ຈົ່ງຈື່ໄວ້ວ່າຄວາມຕຸ້ຍຂ້າຄົນໄດ້.
25. ຢ່າສູບຢາ : ຢາສູບເຮັດໃຫ້ອາຍຸສັ້ນລົງຢ່າງແນ່ນອນ. ນອກຈາກບໍ່ສູບແລ້ວ ຍັງຕ້ອງຫລີກເວັ້ນການພົບປະກັບຄົນສູບ ຢານຳອີກ.
- ເພີ່ມຄວາມແຂງແກ່ນ : ຜູ້ເຖົ້າອາຍຸເກີນ 70 ປີຂຶ້ນໄປ ຄວນແຂງໃຈຍົກນຳ້ໜັກເບື້ອງລະ 2 – 3 ກິໂລ 2 ເທື່ອຕໍ່ອາທິດ.
- ກິນອາຫານມີເສັ້ນໄຍຫລາຍ : ທັນຍາດພືດ, ເຂົ້າບໍ່ຜ່ານການຜັດສີ, ໝາກໄມ້ ເຊິ່ງຈາກການສຶກສານັກໂພຊະນາພົບວ່າ ອາຫານທີ່ມີເສັ້ນໄຍຫລາຍຈະເຮັດໃຫ້ອາຍຸຍືນຂຶ້ນໄດ້.
28. ໃຊ້ຊີວິດຢ່າງມີຄວາມສຸກໃນເຮືອນ ເຊັ່ນ : ການເຮັດວຽກເຮືອນ, ລ້າງຖ້ວຍ, ຊັກເຄື່ອງ, ຖູພື້ນເຮືອນ, ດູດຂີ້ຝຸ່ນ, ເຮັດສວນ, ຕັດແຕ່ງຕົ້ນໄມ້ ເຊິ່ງກິດຈະກຳເຫລົ່ານີ້ເຮັດໃຫ້ຜູ້ເຖົ້າບໍ່ຕຸ້ຍ ເມື່ອບໍ່ຕຸ້ຍກໍບໍ່ຕາຍໄວ.
- ທ່ອງທ່ຽວ : ແມ່ນກຳໄລຊີວິດ, ທ່ຽວທົ່ວປະເທດຂອງຕົນເອງກ່ອນ ແລ້ວຈຶ່ງໄປທ່ຽວຕ່າງປະເທດ ຫລື ທ່ຽວທົ່ວໂລກ.