ຟີຟາໃຫ້ເປົ່າຍົກເລີກເກມບານໂລກ ຖ້າມີການສຽດສີຜິວ
November 30, 2017 - 11:20 AM

ຈານນີ່ ອິນຟານຕິໂນ ປະທານສະຫະພັນຟີຟາ ລະບຸ ຕອນນີ້ຟີຟາໄຟຂຽວໃຫ້ກຳມະການຍົກເລີກເກມການແຂ່ງຂັນໄດ້ຕາມໃຈ ຖ້າເກີດມີການສຽດສີຜິວໃນເກມ ບານເຕະໂລກ 2018 ພ້ອມລະບຸຍັງບໍ່ໄດ້ຕົກລົງວ່າຈະໃຊ້ ວີເອອາຣ໌ ໃນການແຂ່ງຂັນດັ່ງກ່າວ ຫລື ບໍ່.
ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະສາກົນ (ຟີຟາ) ເປີດເຜີຍວ່າ ພວກເຂົາອະນຸຍາດໃຫ້ບັນດາກຳມະການທີ່ຈະປະຕິບັດໜ້າທີ່ໃນການແຂ່ງຂັນບານເຕະໂລກ 2018 ຮອບສຸດທ້າຍ ສາມາດສັ່ງຍົກເລີກເກມການແຂ່ງຂັນໄດ້ທຸກເວລາ ຖ້າມີການສຽດສີຜິວເກີດຂຶ້ນ.
ເຖິງວ່າຈະມີການປຸກລະດົມຕໍ່ຕ້ານການສຽດສີຜິວຫລາຍຄັ້ງໃນວົງການບານເຕະ ແຕ່ກໍຍັງມີເລື່ອງແບບນີ້ເກີດຂຶ້ນ ທັງໃນການແຂ່ງຂັນລະດັບທີມຊາດ ແລະ ລະດັບສະໂມສອນ.