ທະນາຄານກຸງສີ ສໍາມະນານະວັດຕະກຳການເງິນໃນຍຸກດີຈີຕອລ


ໃນວັນທີ 29 ພະຈິກນີ້, ທະນາຄານກຸງສີ, ໄດ້ຈັດສຳມະນາຫົວຂໍ້ “ນະວັດຕະກຳການເງີນໃນຍຸກດິຈິຕອລ” ໃຫ້ລູກຄ້າ ແລະ ຫົວໜ່ວຍທຸລະກິດຕ່າງໆ ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ພູນສິດ ວ່ອງທະວັດໄຊ ຜູ້ຊ່ວຍກຳມະການຜູ້ຈັດການໃຫຍ່ ຜູ້ບໍລິຫານສາຍງານສື່ສານອົງກອນ, ມີທ່ານແຊມ ຕັນສະກຸນ, ຜູ້ອໍານວຍການ Krungsri Finnovate ເຂົ້າຮ່ວມນໍາດ້ວຍ.
ທ່ານ ພູນສິດ ວ່ອງທະວັດໄຊ ກ່າວວ່າ: ໃນໄລຍະຕົ້ນປີຜ່ານມາ, ທະນາຄານກຸງສີໄດ້ສ້າງຕັ້ງບໍລິສັດຍ່ອຍອີກແຫ່ງໜຶ່ງໃນສັງກັດຊຶ່ງເອີ້ນວ່າ ບໍລິສັດ Krungsri Finnovate ຈຳກັດ, ດ້ວຍທຶນຈົດທະບຽນ 30 ລ້ານໂດລາສະຫະລັດ. ຊຶ່ງມີເປົ້າໜາຍໃນການສ້າງຟິນເທັກຢູນີຄອນໜ້າໃໝ່ໆ ແລະ ປະສານນະວັດຕະກຳໃຫ້ເຂົ້າກັບຜະລິດຕະພັນ ແລະ ການບໍລິການຂອງກຸງສີ ເພື່ອສ້າງປະສົບການໃໝ່ທີ່ໜ້າປະທັບໃຈໃຫ້ລູກຄ້າ.
ທ່ານຍັງກ່າວອີກວ່າ: ຍ້ອນຄວາມກ້າວໜ້າແບບຕໍ່ເນື່ອງຂອງເຕັກໂນໂລຍີການເງີນ, ເຮັດໃຫ້ເກີດມີໂອກາດໃນການເຊື່ອມໂຍງລະຫວ່າງສະຖາບັນການເງິນ ແລະ ລູກຄ້າໄດ້ຫຼາຍກວ່າເກົ່າ ຍ້ອນຄວາມວ່ອງໄວ ແລະ ມີການພັດທະນາຢ່າງຕໍ່ເນື່ອງຂອງປະສິດທິພາບການດຳເນີນງານດ້ວຍການຍອມຮັບ ແລະ ນຳໃຊ້ຂະບວນການດີຈີຕອລ ແລະ ອັດຕະໂນມັດ ຊຶ່ງໄດ້ພັດທະນາປະສົບການຂອງລູກຄ້າໃຫ້ດີຂຶ້ນ ໃນຂະນະທີ່ຄວາມຖືກຕ້ອງ, ຄວາມປອດໄພກໍເພີ່ມຂຶ້ນເຊັ່ນດຽວກັນ. ກໍລະນີສຶກສຳລັບຜູ້ປະກອບການວິສາຫະກິດຂະໜາດນ້ອຍ-ຂະນາດກາງ, ລວມມີບໍລິສັດ ເຕັກໂນໂລຍີທາງການເງິນ ທີ່ໃຫ້ການສະໜັບສະໜູນ e-commerce, ການຊຳລະຂ້າມແດນ, ການໂອນເງິນ ແລະ ການປ່ອຍກູ້ ບຸກຄົນຕໍ່ບຸກຄົນອື່ນໆອີກ.