ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ

ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ -              - ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ
ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ - kitchen vibe - ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ

ອີງຕາມຂ່າວປ້ອງກັນຄວາມສະຫງົບ ວັນທີ 17 ທັນວາ 2021 ນີ້ ໃຫ້ຮູ້ວ່າ: ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງລົງຈັບກຸມກຸ່ມຄົນ ກໍາລັງເຜີຍແຜ່ສິ່ງລາມົກ ຜ່ານສື່ສັງຄົມອອນລາຍ ຜ່ານຊ່ອງທາງເຟັສບຸກ ຢູ່ອາພາດເມັ້ນແຫ່ງໜຶ່ງ ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ຈາກນັ້ນ, ຈິ່ງໄດ້ປະສານສົບທົບກັບພະແນກສັນຕິບານເມືອງ, ປກສ ກຸ່ມ ໜອງດ້ວງ ແລະ ອໍານາດການປົກຄອງບ້ານປາກທ້າງ ລົງກວດ ແລະ ນຳມາສອບສວນ.

ຜ່ານການລົງກວດກາ ພົບເຫັນກຸ່ມຄົນ ຈໍານວນ 16 ຄົນ ເປັນຄົນສັນຊາດຈີນ 2 ຄົນ, ມີຍີງ 8 ຄົນ ຢູ່ຫ້ອງເບີ 402 ພາຍໃນຫ້ອງມີຊາຍ 4 ຄົນ, ຍິງ 2 ຄົນ ຢູ່ໃນສະພາບເປື່ອຍກາຍ ແລະ ກໍາລັງ ບັນທຶກພາບວີດີໂອ ແລະ ເຜີຍແຜ່ສົດ, ສິ່ງລາມົກຜ່ານເຟັສບຸກ ແລະ ສື່ສັງຄົມອອນລາຍ, ຈິ່ງໄດ້ນຳຕົວພວກກ່ຽວມາດຳເນີນຄະດີຕາມກົດໝາຍ.

ປັດຈຸບັນ ປກສ ເມືອງສີໂຄດຕະບອງ ໄດ້ນໍາຕົວ ພວກກ່ຽວ ໄປກັກຕາມມາດຕະການຄວບຄຸມການແຜ່ລະບາດ ພະຍາດໂຄວິດ-19 ພາຍຫຼັງຄົບກໍານົດ 14 ວັນ ຈິ່ງຈະນໍາຕົວ ພວກກ່ຽວມາດໍາເນີນຄະດີ.

ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ - 3 - ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ
ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ - 4 - ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ
ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ - 5 - ປກສ ເມືອງສີໂຄດຕະບອງ ຈັບກຸ່ມໄວໜຸ່ມມົ້ວສຸມເຜີຍແຜ່ສິ່ງລາມົກ