ເລີ່ມອອກແບບຂົວຂ້າມນໍ້າຂອງ ນະຄອນຫລວງວຽງຈັນ-ໜອງຄາຍສຳລັບລົດໄຟ
February 5, 2025 - 10:33 AM

ສໍານັກຂ່າວປະເທດໄທ MGR ລາຍງານວ່າ: ວັນທີ 30 ມັງກອນ 2025 ຜ່ານມານີ້, ກະຊວງຄົມມະນາຄົມ ລາຍງານຄວາມຄືບໜ້າ ໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ໄທ-ລາວ, ນະຄອນຫລວງວຽງຈັນ-ໜອງຄາຍ ແຫ່ງທີ 2 ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ລັດຖະບານໄທ ແລະ ລັດຖະບານຈີນ ໃນການພັດທະນາລະບົບລົດໄຟຄວາມໄວສູງ ປັດຈຸບັນ ຢູ່ໃນລະຫວ່າງການສຶກສາອອກແບບ ແລະ ຈັດລາຍງານການປະເມີນຜົນກະທົບສິ່ງແວດລ້ອມ (EIA) ມູນຄ່າການກໍ່ສ້າງ 119.94 ລ້ານບາດ.
ໄລຍະການສຶກສາຈະໃຊ້ເວລາ 12 ເດືອນ ສ່ວນການອອກແບບຈະໃຫ້ແລ້ວພາຍໃນ ເດືອນກັນຍາ 2025 ແລະ ຄາດວ່າຈະເລີ່ມກໍ່ສ້າງໃນໄຕມາດ 3 ປີ 2026 ກຳນົດໄລຍະກໍ່ສ້າງ 36 ເດືອນ ແລະ ຄາດຄະເນເປີດນໍາໃຊ້ໃຫ້ບໍລິການໃນປີ 2029.