ອິນໂດເນເຊຍຂໍໂທດປະຊາຊົນ ຂໍ້ຈໍາກັດຂາຍແກັສຫຸງຕົ້ມເຮັດໃຫ້ວຸ້ນວາຍ

ກະຊວງພະລັງງານຂອງອິນໂດເນເຊຍ ກ່າວຂໍໂທດປະຊາຊົນ ພາຍຫລັງອອກນະໂຍບາຍຫ້າມຮ້ານຄ້າຂະໜາດນ້ອຍຂາຍແກັສຫຸງຕົ້ມລາຄາຖືກ ຈົນເຮັດໃຫ້ມີຜູ້ຕໍ່ແຖວເປັນຈໍານວນຫລາຍ ແລະ ສ້າງຄວາມບໍ່ພໍໃຈຕໍ່ປະຊາຊົນ.
ວັນທີ 4 ກຸມພາຜ່ານມາ, ລັດຖະບານອິນໂດເນເຊຍປະກາດຢຸດນະໂຍບາຍ ເຊິ່ງກໍານົດໃຫ້ກະປ໋ອງແກັສປິໂຕຣລຽມເຫລວຂະໜາດ 3ກກ ຕ້ອງຈໍາໜ່າຍໂດຍຮ້ານຄ້າທີ່ກໍານົດເທົ່ານັ້ນ ທີ່ຫາກໍບັງຄັບໃຊ້ໃນວັນທີ 1 ກຸມພາ.
ຄໍາສັ່ງດັ່ງກ່າວມີຂຶ້ນຫລັງຄະນະກໍາມະການກວດສອບຂອງອິນໂດເນເຊຍ (The Audit Board) ກວດພົບຄວາມຜິດປົກກະຕິໃນການຈໍາໜ່າຍແກັສຫຸງຕົ້ມຂອງຮ້ານຄ້າຂະໜາດນ້ອຍ ເຊິ່ງລວມທັງການຂຶ້ນລາຄາ ແລະ ການຂາຍໃຫ້ຜູ້ທີ່ບໍ່ມີສິດຊື້.
ແຕ່ວັນທີ 4 ກຸມພາຜ່ານມາ, ທ່ານ ບາລິລ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດ ພົບກັບປະຊາຊົນທີ່ຄຽດແຄ້ນຢູ່ຈຸດຈໍາໜ່າຍແກັສກະປ໋ອງ ໃນເມືອງຕັນເກີຣັງ ທາງຕາເວັນຕົກຂອງນະຄອນຫລວງຈາກາຕາ ໂດຍທ່ານ ລາຮາດາເລຍ ໄດ້ກ່າວຂໍໂທດ ແລະ ໄດ້ຊີ້ແຈງຕໍ່ ພົນໂທ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໃນເວລາຕໍ່ມາ.
ທ່ານ ລາຮາດາເລຍ ກ່າວວ່າ: ຂ້າພະເຈົ້າຂໍອະໄພຕໍ່ການລຽນແຖວຍາວ ຫລື ອຸປະສັກອື່ນໆ ແລະ ກ່າວວ່າ: ທ່ານ ປຣາໂບໂວ ໄດ້ບອກວ່າ: ຮ້ານຄ້າຂະໜາດນ້ອຍກັບມາເປີດຂາຍແລ້ວ ແລະ ລາຄາຈະຕ້ອງຢູ່ໃນລະດັບທີ່ເໝາະສົມ.
ກະແສຄວາມຄຽດແຄ້ນໃນບັນດາປະຊາຊົນແຜ່ກະຈາຍໄປຈົນຮອດໂຊຊຽວມີເດຍ ເຊິ່ງແຮັດແທັກ #lpg3kg ກາຍເປັນກະແສຍອດນິຍົມໃນປະເທດອາທິດນີ້. ຂະນະທີ່ເພຈອິນສຕາແກຣມຂອງທ່ານ ປຣາໂບໂວ ເຕັມໄປດ້ວຍຄວາມຄິດເຫັນກ່ຽວກັບຄວາມຍາກລໍາບາກໃນການຫາຊື້ແກັສຫຸງຕົ້ມລາຄາຖືກ ພ້ອມກະແສຮຽກຮ້ອງໃຫ້ທ່ານ ລາຮາດາເລຍ ລາອອກ.