ຍທຂ ແຂວງຫລວງພະບາງ ຫ້າມບໍ່ໃຫ້ຜູ້ປະກອບການລົດຮັບ-ສົ່ງນັກທ່ອງທ່ຽວນໍາລົດເຂົ້າໄປໃນເຂດມໍລະດົກ

ທ່ານ ບລົ່ງວ່າງ ຫວ່າງເຈຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ໃຫ້ສໍາພາດຕໍ່ນັກຂ່າວຫລວງພະບາງ ກ່ຽວກັບການກະກຽມທົດລອງບໍລິການລົດສາທາລະນະເຂົ້າເຖິງແຫລ່ງທ່ອງທ່ຽວ ໃນນະຄອນຫລວງພະບາງ ໂດຍບໍ່ເສຍຄ່າ ເລີ່ມແຕ່ວັນທີ 24 ກຸມພາ ຫາ 3 ມີນາ 2025 ເພື່ອເປັນການຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂການບັນຫາ ການສັນຈອນແອອັດໃນຕົວເມືອງພາຍໃນນະຄອນຫລວງພະບາງ.
ທ່ານ ບລົ່ງວ່າງ ຫວ່າງເຈຍຊ່າ ໄດ້ກ່າວວ່າ: ໃນຫລາຍປະເທດທີ່ມີຄວາມຈະເລີນ ໄດ້ນຳໃຊ້ມາດຕະການຫລາຍດ້ານ ເພື່ອແກ້ໄຂການບັນຫາ ການສັນຈອນແອອັດໃນຕົວເມືອງ ໃນນັ້ນ, ການກຳນົດມາດຕະການ ໃຫ້ນຳໃຊ້ລົດສາທາລະນະ ເປັນວິທີການໜຶ່ງໃນການແກ້ໄຂບັນຫາດັ່ງກ່າວ, ເຊິ່ງຢູ່ນະຄອນຫລວງພະບາງ ປັດຈຸບັນພວມກະກຽມຄວາມພ້ອມ ເພື່ອທົດລອງບໍລິການລົດສາທາລະນະແບບບໍ່ເສຍຄ່າ ໂດຍໃຊ້ລົດເມສາທາລະນະ ທີ່ໄດ້ຮັບການຊຸກຍູ້ຈາກລັດຖະບານ ບໍລິການໃນ 3 ສາຍທາງ ຄື:
- ຈາກເດີ່ນທາດຫລວງ ຫາຕາດກວາງຊີ ອອກທຸກ 1 ຊົ່ວໂມງ,
- ຈາກເດີ່ນທາດຫລວງ ຫາ ສາຖານີລົດໄຟ ອອກທຸກ 1 ຊົ່ວໂມງ, ສ່ວນພາຍໃນເທສະບານຈະມີ 2 ຮູບແບບ ໂດຍຈະໃຊ້ລົດເມສາທາລະນະ ທີ່ໄດ້ຮັບການຊຸກຍູ້ຈາກລັດຖະບານ
- ຈາກເດີ່ນທາດຫລວງ ຫາແຄມຄານ-ແຄມຂອງ ອອກທຸກ 10 ນາທີ ແລະ ນຳໃຊ້ຕຸກໆ 2 ແຖວ ຫລື ລົດໄຟຟ້າ ຈາກເດີ່ນທາດຫລວງ ຫາ ສາມແຍກປາກຄານ ອອກທຸກ 10 ນາທີ ເພື່ອອຳນວຍຄວາມສະດວກໃຫ້ກັບບັນດາແຂກ ທີ່ເຂົ້າມາທ່ອງທ່ຽວຫລວງພະບາງ ລວມທັງປະຊາຊົນ, ພະນັກງານ, ທະຫານ, ຕໍ່າຫລວດ ທີ່ດຳລົງຊີວິດຢູ່ພາຍໃນ ນະຄອນ ຫລວງພະບາງ, ເຊິ່ງຈະເຮັດໃຫ້ການສັນຈອນພາຍໃນນະຄອນ ຫລວງພະບາງ ມີຄວາມໂລ່ງລ່ຽນ ແລະ ມີຄວາມປອດໄພຫລາຍຂຶ້ນ.
ສຳລັບບັນດາຜູ້ປະກອບການລົດຕູ້ ທີ່ຈະຂົນສົ່ງນັກທ່ອງທ່ຽວເຂົ້າໄປໃນຕົວເມືອງ ນະຄອນຫລວງພະບາງ ໂດຍສະເພາະ ເຂດມໍລະດົກ ແມ່ນໃຫ້ນຳສົ່ງແຂກໄປຂຶ້ນລົດເມສາທາລະນະຢູ່ເດີ່ນທາດຫລວງ ແລະ ຮັບນັກທ່ອງທ່ຽວຂຶ້ນລົດ ຢູ່ເດີ່ນທາດຫລວງ ໄປທ່ຽວສະຖານທີ່ທ່ອງທ່ຽວອື່ນຕໍ່ໄດ້ ຍົກເວັ້ນສະຖານທີ່ທ່ອງທ່ຽວໃນເຂດມໍລະດົກ ຫ້າມບໍ່ໃຫ້ນຳລົດເຂົ້າໄປສົ່ງນັກທ່ອງທ່ຽວເຂົ້າໄປໃນເຂດມໍລະດົກ ເພາະຈະເຮັດໃຫ້ການສັນຈອນແອອັດຄືຜ່ານມາ.
ທີ່ມາ: ໜັງສືພິມ ປະເທດລາວ