ລາວ-ກຳປູເຈຍ ມອບ-ໂອນຕົວນັກໂທດ ຂ້າມຊາຍແດນ ງວດທີ I ນັກໂທດລາວ 34 ຄົນ ນັກໂທດກຳປູເຈຍ 9 ຄົນ


ວັນທີ 29 ມິຖຸນາ 2023 ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກັບ ກະຊວງຍຸຕິທໍາ ແລະ ກົມໃຫຍ່ຄຸມຂັງ-ດັດສ້າງ ກະຊວງພາຍໃນ ຣາຊະອານາຈັກ ກຳປູເຈຍ ມອບ-ຮັບໂອນຕົວນັກໂທດງວດທີ I ຈັ ໂດຍ ທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ຄະນະພັກກະຊວງ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ພ້ອມຄະນະ,ຝ່າຍກຳປູເຈຍນໍາໂດຍ ທ່ານ ຕານ ຮຽງດາວັນ ຄະນະຜູ້ແທນລັດຖະບານ ຫົວໜ້າກົມໃຫຍ່ວຽກງານຕ່າງປະເທດ ແລະ ພັດທະນາວຽກງານຍຸຕິທຳ ພ້ອມຄະນະ.
ການມອບ-ຮັບການໂອນຕົວນັກໂທດຂອງຝ່າຍລາວໃນຄັ້ງນີ້ນັກໂທດທີ່ມີເງື່ອນໄຂໃນການໂອນຕົວ ມີນັກໂທດເຊື້ອຊາດກຳປູເຈຍ ຈໍານວນ 9 ຄົນ ຍິງ 1 ຄົນ ຂໍ້ຫາ: ຄ້າຂາຍຢາເສບຕິດ 6 ຄົນ, ນໍາໃຊ້ເງິນປອມ ແລະ ສໍ້ໂກງຊັບພົນລະເມືອງ 3 ຄົນ;ໃນນີ້, ສານຕັດສິນລົງໂທດປະຫານຊີວິດ 1 ຄົນ, ຕະຫຼອດຊີວິດ 2 ຄົນ ຊຶ່ງ ສປປ ລາວ; ສະເພາະການໂອນຕົວນັກໂທດຝ່າຍກຳປູເຈຍນັກໂທດທີ່ມີເງື່ອນໄຂໃນການໂອນຕົວມີ ນັກໂທດເຊື້ອຊາດລາວ ຈໍານວນ 34 ຄົນຍິງ 3 ຄົນ ຂໍ້ຫາ ຄ້າຂາຍຢາເສບຕິດ 30 ຄົນ, ຂົ່ມຂືນ 1 ຄົນ, ຂົນສົ່ງຢາເສບຕິດ 1 ຄົນ, ປຸ້ນຈີ້ 1 ຄົນ, ຫາປາເຮັດປະມົງຜິດກົດໝາຍ 1 ຄົນ; ເຊິ່ງນັກໂທດທີ່ມອບຮັບກັນໃນຄັ້ງນີ້ ທັງສອງຝ່າຍ ແມ່ນເຫັນດີຍົກເວັ້ນຄ່າປັບໃໝທັງໝົດ.

