ຟີລິບປິນປະກາດສະຖານະການສຸກເສີນທາງອາຫານ ເພື່ອຄວບຄຸມລາຄາເຂົ້າ

ທ່ານ ຟຣານຊິສໂກ ທິວ ລໍເຣລ ລັດຖະມົນຕີກະຊວງກະສິກໍາຟີລິບປິນ ປະກາດສະຖານະການສຸກເສີນດ້ານຄວາມໝັ້ນຄົງທາງອາຫານ ເພື່ອຄວບຄຸມລາຄາເຂົ້າທີ່ເພີ່ມສູງຂຶ້ນຢ່າງຜິດປົກກະຕິໃນປະເທດ.
ລັດຖະບານຟີລິບປິນເຊື່ອໝັ້ນວ່າ: ປະກາດສະຖານະການສຸກເສີນດັ່ງກ່າວຈະເຮັດໃຫ້ສາມາດປ່ອຍເຂົ້າອອກຈາກສາງສໍາຮອງຂອງອົງການອາຫານແຫ່ງຊາດອອກສູ່ຕະຫລາດ ເພື່ອຮັກສາສະຖຽນລະພາບຂອງລາຄາ ແລະ ເພື່ອຮັບຮອງວ່າເຂົ້າ ເຊິ່ງເປັນອາຫານຫລັກຂອງປະຊາຊົນຫລາຍລ້ານຄົນຍັງເຂົ້າເຖິງຜູ້ບໍລິໂພກໄດ້.
ການປະກາດສະຖານະການສຸກເສີນກ່ຽວກັບເຂົ້າເປັນໄປຕາມຄໍາແນະນໍາຂອງສະພາປະສານງານລາຄາແຫ່ງຊາດ ໂດຍຜູ້ດໍາລົງຕໍາແໜ່ງລັດຖະມົນຕີກະຊວງກະສິກໍາຂອງຟີລິບປິນມີອໍານາດຕາມກົດໝາຍ ສາມາດປະກາດສະຖານະການສຸກເສີນດ້ານຄວາມໝັ້ນຄົງທາງອາຫານ ເພື່ອຮັບມືຕໍ່ການປັບຂຶ້ນລາຄາທີ່ຜິດປົກກະຕິ ພາຍໃຕ້ກົດໝາຍການເກັບພາສີເຂົ້າ.
ທັງນີ້, ກະຊວງກະສິກໍາຂອງຟີລິບປິນມີຄໍາສັ່ງໃຫ້ອົງການອາຫານແຫ່ງຊາດປ່ອຍເຂົ້າອອກຈາກສາງສໍາຮອງໄປໃຫ້ໜ່ວຍງານລັດ ແລະ ໜ່ວຍງານທ້ອງຖິ່ນ ເພື່ອກົດລາຄາເຂົ້າໃຫ້ຫລຸດລົງ ແລະ ປົກປ້ອງຜູ້ບໍລິໂພກຈາກການຂຶ້ນລາຄາ ຖືເປັນຄວາມພະຍາຍາມຫລ້າສຸດຂອງລັດຖະບານໃນການຫລຸດລາຄາເຂົ້າ.
ສະຖານະການສຸກເສີນດ້ານຄວາມໝັ້ນຄົງທາງອາຫານຂອງຟີລິບປິນໃນຄັ້ງນີ້ຈະມີຜົນບັງຄັບໃຊ້ຈົນກວ່າລາຄາເຂົ້າຈະຢູ່ໃນລະດັບທີ່ຄວບຄຸມໄດ້.
ຢ້ອນກັບໄປໃນເດືອນທັນວາ 2023 ອັດຕາເງິນເຟີ້ຈາກລາຄາເຂົ້າຂອງຟີລິບປິນເຄີຍເພີ່ມສູງເຖິງ 21.4%.