ແຂວງອຸດົມໄຊ ມີໂຄງການລົງທຶນ 220 ກວ່າໂຄງການ ໂຄງການເອກະຊົນຈາກ ສປ ຈີນ ຫລາຍກວ່າ 75%

- 452162692 1031143325365790 887093028430171431 n - ແຂວງອຸດົມໄຊ ມີໂຄງການລົງທຶນ 220 ກວ່າໂຄງການ ໂຄງການເອກະຊົນຈາກ ສປ ຈີນ ຫລາຍກວ່າ 75%
- kitchen vibe - ແຂວງອຸດົມໄຊ ມີໂຄງການລົງທຶນ 220 ກວ່າໂຄງການ ໂຄງການເອກະຊົນຈາກ ສປ ຈີນ ຫລາຍກວ່າ 75%

ວິທະຍຸກະຈາຍສຽງ ແຫ່ງຊາດລາຍງານວັນທີ 10 ກຸມພາ 2025 ນີ້ວ່າ: ທ່ານ ນາງ ຈັນທະລາ ໄຊບຸນເຮືອງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ໃຫ້ສຳພາດ ກ່ຽວກັບການລົງທຶນຂອງແຂວງ ໂດຍໃນປີ 2024 ຜ່ານມານີ້ ແຂວງອຸດົສາມາດດຶງດູດການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 221 ໂຄງການ, ມູນຄ່າການລົງທຶນ 5 ຕື້ກວ່າກີບ, ກວມເອົາ 84.1%. ກິດຈະການຄວບຄຸມ ແລະ ສໍາປະທານ 17 ໂຄງການ, ມູນຄ່າທັງໝົດ 4.9 ຕື້ກວ່າກີບ ເຊັ່ນ: ການປູກພືດກະສິກໍາ ຢູ່ເມືອງຮຸນ, ພັດທະນາຕາດນໍ້າແຮງ ຢູ່ເມືອງຮຸນ, ໂຄງການກໍ່ສ້າງເຂດບໍລິການຄ່ຽນຖ່າຍສິນຄ້າ, ສາງພັກສິນຄ້າ, ຂົນສົ່ງສິນຄ້າ ແລະ ບໍລິການຈອດລົດຂົນສົ່ງສິນຄ້າ ຢູ່ເມືອງໄຊ ແລະ ເມືອງນາໝໍ້, ໂຄງການກໍ່ສ້າງ ໂຮງແຮມແລກມາກ ຢູ່ເມືອງໄຊ, ໂຄງການຂຸດຄົ້ນຫີນປູນຢູ່ເມືອງນາໝໍ້ ແລະ ໂຄງການສໍາຫຼວດແຮ່ຄໍາ ແລະ ແຮ່ ຕິດພັນ ຢູ່ເມືອງປາກແບງ.

ນອກຈາກນີ້ ແຂວງອຸດົມໄຊ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບັນດາບໍລິສັດ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ຈໍານວນ 13 ໂຄງການ (ໃນນັ້ນ: ຂັ້ນສູນກາງ 6 ໂຄງການ ແລະ ຂັ້ນ ແຂວງ 7 ແຂວງ) ຄື: ໂຄງການສໍາຫຼວດ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາ ໂຄງການພະລັງ ງານໄຟຟ້າແສງຕາເວັນ ຢູ່ເມືອງໄຊ, ເມືອງນາໝໍ້ ແລະ ເມືອງແບງ, ໂຄງການສຶກສາ, ສໍາຫຼວດ ແລະ ພັດທະນາໂຄງ ການເຂດນິຄົມອຸດສາຫະກຳເຄມີຢູ່ເມືອງງາ ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ແຂວງອຸດົມໄຊ ມີໂຄງການລົງທຶນ 220 ກວ່າໂຄງການ ໂຄງການເອກະຊົນຈາກ ສປ ຈີນ ຫລາຍກວ່າ 75%
- Visit Laos Visit SALANA BOUTIQUE HOTEL - ແຂວງອຸດົມໄຊ ມີໂຄງການລົງທຶນ 220 ກວ່າໂຄງການ ໂຄງການເອກະຊົນຈາກ ສປ ຈີນ ຫລາຍກວ່າ 75%

ການລົງທຶນຂອງພາກເອກະຊົນຢູ່ແຂວງອຸດົມໄຊ ຫລາຍກວ່າໝູ່ແມ່ນການລົງທຶນຈາກຫົວໜ່ວຍທຸລະກິດຈີນ ເຊິ່ງກວມເອົາຫລາຍກວ່າ 75% ຂອງການລົງທຶນເອກະຊົນທັງໝົດ. ຮອງລົງມາແມ່ນຈາກຫວຽດນາມ, ຍີ່ປຸ່ນ, ໄທ ແລະ ອື່ນໆ. ໃນນີ້ ທີ່ລົງທຶນຫລາຍກວ່າໝູ່ແມ່ນຂະແໜງກະສິກໍາ, ຮອງລົງມາແມ່ນອຸດສາຫະກໍາ, ບໍລິການທ່ອງທ່ຽວ ແລະ ກິດຈະການໃໝ່ຄືພະລັງງານໄຟຟ້າສະອາດ (ພະລັງງານແສງຕາເວັນ ແລະ ພະລັງງານລົມ). ປັດຈຸບັນ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈເຂົ້າໄປລົງທຶນຢູ່ແຂວງອຸດົມໄຊ ນັບມື້ເພີ່ມຂຶ້ນ ໂດຍສະເພາະພາຍຫລັງເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນມາ ເນື່ອງຈາກພາຍໃນແຂວງມີທ່າແຮງຫລາຍຢ່າງ ໂດຍສະເພາະໃນດ້ານຊັບພະຍາກອນທໍາມະຊາດ ແລະ ເນື້ອທີ່ດິນທີ່ເໝາະສົມກັບການສົ່ງເສີມດ້ານກະສິກໍາ, ນອກຈາກນີ້ ຍັງມີລົດໄຟລາວ-ຈີນ ທີ່ຊ່ວຍໃຫ້ການສົ່ງອອກສິນຄ້າພາຍໃນແຂວງມີຄວາມສະດວກສະບາຍຫລາຍເມື່ອທຽບໃສ່ເມື່ອກ່ອນ.

- 5 - ແຂວງອຸດົມໄຊ ມີໂຄງການລົງທຶນ 220 ກວ່າໂຄງການ ໂຄງການເອກະຊົນຈາກ ສປ ຈີນ ຫລາຍກວ່າ 75%
- 4 - ແຂວງອຸດົມໄຊ ມີໂຄງການລົງທຶນ 220 ກວ່າໂຄງການ ໂຄງການເອກະຊົນຈາກ ສປ ຈີນ ຫລາຍກວ່າ 75%
- 3 - ແຂວງອຸດົມໄຊ ມີໂຄງການລົງທຶນ 220 ກວ່າໂຄງການ ໂຄງການເອກະຊົນຈາກ ສປ ຈີນ ຫລາຍກວ່າ 75%