ແຂວງຈຳປາສັກເຂັ້ມງວດ ຕໍ່ຮ້ານເຫລັກເສດ ຫາກພົບສິນຄ້າລັກລອບມາຂາຍຈະດຳເນີນຕາມກົດໝາຍ

ຂ່າວແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 5 ກຸມພາ 2025 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ປືກສາຫາລືກ່ຽວກັບການເກັບຊື້ເສດໂລຫະ ຫລື ອະໂລຫະ ພາຍໃນແຂວງ ໂດຍການເປັນປະທານຂອງ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຕົກລົງເປັນເອກະພາບກັນເຫັນດີ ການດັດສົມ ຈຸດເກັບຊື້ເຫລັກເສດ ພາຍໃນເມືອງ ແລະ ນະຄອນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ບົນພື້ນຖານໃຫ້ມີຄວາມສະຫງົບ; ເຫັນດີເຮັດແຈ້ງການຜັນຂະຫຍາຍ ມະຕິຕົກລົງຂອງກອງປະຊຸມຄົບຄະນະ ຄັ້ງທີ 15 ຂອງຄະນະບໍລິຫານງານພັກ ແຂວງຈຳປາສັກ ສະໄໝທີ VIII ເລກທີ 01/ຄບພຂ.ຈສ, ລົງວັນທີ 8 ມັງກອນ 2025 ແລະ ເຫັນດີໃຫ້ຂະແໜງທະບຽນວິສາຫະກິດ ຂຶ້ນແຜ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດ ໃນນີ້, ໃຫ້ມີແຜນຄົນ, ແຜນງານ, ແຜນງົບປະມານ ພ້ອມທັງເຫັນດີ ໃຫ້ຄະນະກຳມະການລົງກວດກາຄືນ ໂດຍສົມທົບກັບພາກສ່ວນທີ່ກ້ຽວຂ້ອງ ຖ້າຫາກວ່າພົບເຫັນສິນຄ້າທີ່ລັກລອບມາຂາຍ ແມ່ນໃຫ້ປະຕິບັດຕາມລະບຽບການທາງດ້ານກົດໝາຍ; ເຫັນດີບໍ່ໃຫ້ມີຈຸດເກັບຊື້ເຫລັກເສດພາຍໃນເທສະບານ ແລະ ຕາມເສັ້ນທາງຫລວງທີ່ບໍ່ເໝາະສົມ. ພ້ອມດຽວກັນນັ້ນ, ໄດ້ແນະນຳໃຫ້ພາກສ່ວນທຸລະກິດຍົກຍ້າຍເຂົ້າໄປຢູ່ຂົງເຂດອຸດສາຫະກຳເມືອງຂອງຕົນ.