ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ “ບັກຂີ້ຢາ” ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ

ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ "ບັກຂີ້ຢາ" ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ - 9c449455 76c2 43dc 9f28 8777af9c78fd - ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ “ບັກຂີ້ຢາ” ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ
ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ "ບັກຂີ້ຢາ" ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ - kitchen vibe - ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ “ບັກຂີ້ຢາ” ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ

ໜັງສືພິມຄວາມສະຫງົບລາຍງານວ່າ: ເວລາປະມານ 20:00 ໂມງ ຂອງວັນທີ 10 ກຸມພາ 2025 ເກີດເຫດຄົນຮ້າຍໃຊ້ມີດແທງປະຊາຊົນ ຢູ່ຫ້ອງແຖວແຫ່ງໜຶ່ງເຂດບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີຄົນບາດເຈັບໜັກ 1 ຄົນ ເປັນເພດຍິງ ສ່ວນຄົນຮ້າຍໄດ້ເອົາຕົວຫຼົບໜີ, ຕໍ່ມາໃນເວລາ 22:00 ໂມງ ອຳນາດການປົກຄອງບ້ານນາໄຫ ໄດ້ນຳຕົວຜູ້ລົງມືກໍ່ເຫດສົ່ງໃຫ້ ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຫາດຊາຍຟອງ. ຜູ້ກໍ່ເຫດຊື່ ທ້າວ ທະນົງຄານ ອິນທະວົງ ຫຼື ໂກຍ ອາຍຸ 32 ປີ, ເປັນປະຊາຊົນຢູ່ບ້ານນາໄຫ ເມືອງຫາດ ຊາຍຟອງ.

ຜູ້ກໍ່ເຫດໃຫ້ການຕໍ່ເຈົ້າໜ້າທີ່ ປກສ ເມືອງ ຫາດຊາຍຟອງ ວ່າ: ໄດ້ເລີ່ມເສບຢາເສບຕິດ (ຢາບ້າ) ມາແຕ່ປີ 2013 ໄດ້ເສບຄັ້ງລະ 9 ເມັດ ຫາ 10 ເມັດ, ມາໃນໄລຍະທ້າຍປີ 2023 ຄອບຄົວຂອງຜູ້ເສຍຫາຍ ໄດ້ພາກັນມາເຊົ່າຫ້ອງແຖວຢູ່ໃກ້ກັບເຮືອນຂອງຕົນເອງ, ຕໍ່ມາຕົນເອງ ແລະ ຄອບຄົວຜູ້ເສຍຫາຍ ແມ່ນໄດ້ຜິດຖຽງກັນເປັນປະຈຳ ຍ້ອນວ່າ ຄອບຄົວຜູ້ເສຍຫາຍ ໄດ້ເວົ້າສຽດສີໃຫ້ຕົນເອງ ວ່າ: ບັກຂີ້ຢາ, ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ ໃນເວລາ 16:30 ໂມງວັນທີ 10 ກຸມພາ 2025, ຕົນເອງໄດ້ເສບຢາເສບຢາບ້າ ຄົນດຽວຢູ່ເຮືອນ 9 ເມັດ, ພໍເສບຢາເສບຕິດແລ້ວໄດ້ນອນພັກພອນຢູ່ເຮືອນ ຮອດເວລາ 20:00 ໂມງ, ຕົນເອງ ຈຶ່ງໄດ້ຍິນສຽງຜູ້ເສຍຫາຍ ເວົ້າຂວັນວ່າ: ບັກຂີ້ຢາ, ໄດ້ຍິນແນວນັ້ນ ຈຶ່ງໄດ້ຈັບເອົາມີດແຫຼມຍາວປະມານ 15 ເຊັນ ຢູ່ຫົວບ່ອນນອນຂອງຕົນເອງ ແລ້ວລົງຈາກເຮືອນ ປິນກຳແພງເຂົ້າໄປຫາຜູ້ເສຍຫາຍ ໄດ້ເຫັນຜູ້ກ່ຽວນອນຢູ່ກັບລູກສາວອາຍຸ ປະມານ 2 ປີ ຢູ່ໃນຫ້ອງແຖວ, ຈຶ່ງໄດ້ຍ່າງໄປເອົາມີດແທງຂາຜູ້ເສຍຫາຍ 2 ຄັ້ງ, ແລ້ວຜູ້ເສຍຫາຍໄດ້ເອົາມືທັງສອງເບື້ອງຮັບໄວ້ ຈົນເຮັດໃຫ້ມີດບາດມື້. ຈາກນັ້ນ, ຕົນເອງ ຈຶ່ງໄດ້ລຸກຂຶ້ນແລ້ວເຕະໜ້າຜູ້ເສຍຫາຍໜຶ່ງບາດ ແລ້ວແລ່ນໜີເມືອເຮືອນຂອງຕົນເອງ; ຮອດເວລາປະມານ 22:00 ໂມງ, ຈຶ່ງໄດ້ມີທາງອົງການຈັດຕັ້ງບ້ານນາໄຫ ມາຈັບແລ້ວສົ່ງມາທີ່ຄ້າຍຄຸມຂັງ ປກສ ເມືອງຫາດຊາຍຟອງ.

ສຳລັບຜູ້ເສຍຫາຍ ໄດ້ໃຫ້ການກັບເຈົ້າໜ້າທີ່ວ່າ: ຕົນເອງ ແລະ ຄອບຄົວ ໄດ້ມາເຊົ່າຫ້ອງແຖວຢູ່ບ້ານນາໄຫ ແຕ່ປີ 2023 ເຊິ່ງຫ້ອງແຖວແມ່ນຢູ່ໃກ້ກັບເຮືອນຂອງຜູ້ກໍ່ເຫດ, ນັບແຕ່ມາອາໄສຢູ່ຫ້ອງແຖວ ກໍບໍ່ເຄີຍຜິດຖຽງ ຫຼື ມີ ປາກສຽງກັບໃຜຈັກເທື່ອ.

ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ "ບັກຂີ້ຢາ" ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ - Visit Laos Visit SALANA BOUTIQUE HOTEL - ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ “ບັກຂີ້ຢາ” ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ
ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ "ບັກຂີ້ຢາ" ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ - Visit Laos Visit SALANA BOUTIQUE HOTEL - ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ “ບັກຂີ້ຢາ” ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ
ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ "ບັກຂີ້ຢາ" ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ - 5 - ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ “ບັກຂີ້ຢາ” ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ
ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ "ບັກຂີ້ຢາ" ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ - 3 - ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ “ບັກຂີ້ຢາ” ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ
ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ "ບັກຂີ້ຢາ" ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ - 4 - ເສບຢາ 9 ເມັດຈົນຫລອນ ໄດ້ຍິນຄົນເວົ້າສຽດສີໃຫ້ຕົນເອງ ວ່າ “ບັກຂີ້ຢາ” ຈຶ່ງເຮັດໃຫ້ຕົນເອງ ເກີດຄວາມຄຽດແຄ້ນ