ຈີນສະເໜີຈັດກອງປະຊຸມສຸດຍອດທ່ານ ປູຕິນ – ທ່ານ ທຣໍາ ຢຸດສົງຄາມຣັດເຊຍ-ອູແກຣນ

ໜັງສືພິມວໍສະຕຣີດ ເຈີນັລ (WSJ) ລາຍງານໂດຍອ້າງແຫລ່ງຂ່າວວ່າ: ຈີນສະເໜີຈັດກອງປະຊຸມສຸດຍອດລະຫວ່າງປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນໍາຣັດເຊຍ ກັບປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ເພື່ອຊ່ວຍຢຸດສົງຄາມອູແກຣນ.
ແຫລ່ງຂ່າວຈາກຈີນ ແລະ ອາເມລິກາ ເປີດເຜີຍວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຈີນໄດ້ສະເໜີຕໍ່ທີມງານຂອງທ່ານ ທຣໍາ ຜ່ານຄົນກາງເພື່ອຈັດກອງປະຊຸມສຸດຍອດລະຫວ່າງຜູ້ນໍາທັງສອງ ແລະ ອໍານວຍຄວາມສະດວກໃຫ້ແກ່ພາລະກິດຮັກສາສັນຕິພາບຫລັງການເຈລະຈາສະຫງົບເສິກ.
ປະທານາທິບໍດີ ທຣໍາ ເປີດເຜີຍໃນວັນທີ 12 ກຸມພາ ພາຍຫລັງການໂອ້ລົມທາງໂທລະສັບກັບປະທານາທິບໍດີ ປູຕິນ ແລະ ປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນວ່າ: ຜູ້ນໍາຣັດເຊຍ ແລະ ຜູ້ນໍາອູແກຣນຕ່າງຕ້ອງການສັນຕິພາບ ແລະ ທ່ານ ທຣໍາ ໄດ້ສັ່ງໃຫ້ເຈົ້າໜ້າທີ່ລະດັບສູງຂອງອາເມລິກາ ເລີ່ມການເຈລະຈາເພື່ອຢຸດສົງຄາມຢູ່ອູແກຣນແລ້ວ.
ສ່ວນທໍານຽບເກຣມລິນຂອງຣັດເຊຍເປີດເຜີຍວ່າ: ປະທານາທິບໍດີ ປູຕິນ ແລະ ປະທານາທິບໍດີ ທຣໍາ ຕົກລົງຈະພົບກັນ ໂດຍທ່ານ ປູຕິນ ເຊີນທ່ານ ທຣໍາ ໃຫ້ໄປຢ້ຽມຢາມນະຄອນຫລວງມົດສະກູ ເຊິ່ງທ່ານ ທຣໍາ ກ່າວວ່າ: ການພົບກັນຄັ້ງທໍາອິດຂອງພວກທ່ານ “ອາດຈະ” ເກີດຂຶ້ນຢູ່ຊາອຸດິອາຣະບີໃນມໍ່ໆນີ້.
ສໍານັກຂ່າວຣອຍເຕີລາຍງານວ່າ: ການເຈລະຈາສັນຕິພາບອູແກຣນບໍ່ໄດ້ຖືກຈັດຂຶ້ນນັບແຕ່ໄລຍະຕົ້ນຂອງສົງຄາມຣັດເຊຍ-ອູແກຣນ ເຊິ່ງປັດຈຸບັນໃກ້ຈະຄົບຮອບ 3 ປີແລ້ວ. ຂະນະທີ່ອະດີດປະທານາທິບໍດີ ໂຈ ໄບເດນ ໄດ້ອະນຸມັດຈັດສັນເງິນຊ່ວຍເຫລືອດ້ານການທະຫານ ແລະ ອື່ນໆ ມູນຄ່າຫລາຍພັນລ້ານໂດລາໃຫ້ອູແກຣນ ແລະ ບໍ່ມີການຕິດຕໍ່ໂດຍກົງກັບປະທານາທິບໍດີ ປູຕິນ ນັບແຕ່ຣັດເຊຍຮຸກຮານອູແກຣນ.
ຜ່ານມາ ບັນດາປະເທດຕາເວັນຕົກຮຽກຮ້ອງຈີນໃຫ້ໃຊ້ການພົວພັນໃກ້ຊິດກັບຣັດເຊຍໃນການຢຸດສົງຄາມ ເຊິ່ງຈີນຊີ້ແຈງວ່າ: ຕົນບໍ່ແມ່ນຝ່າຍທີ່ຮ່ວມຢູ່ໃນວິກິດນີ້, ແຕ່ສົ່ງເສີມການເຈລະຈາສັນຕິພາບຕາມເງື່ອນໄຂຂອງຕົນເອງມາໂດຍຕະຫລອດ.