ສະຫລຸບໂຄງການຂຸດຄົ້ນແຮ່ທາດົູ່ທົ່ວປະເທດມີ 963 ບໍລິສັດ ລັດຖະບານອຸນຸຍາດ 244 ແລະ ທ້ອງຖິ່ນ 719 ບໍລິສັດ ສາມາດສ້າງລາຍຮັບ 3.2 ຕື້ USD

- 474477317 1149952866921815 5488280810054070606 n - ສະຫລຸບໂຄງການຂຸດຄົ້ນແຮ່ທາດົູ່ທົ່ວປະເທດມີ 963 ບໍລິສັດ ລັດຖະບານອຸນຸຍາດ 244 ແລະ ທ້ອງຖິ່ນ 719 ບໍລິສັດ ສາມາດສ້າງລາຍຮັບ 3.2 ຕື້ USD
- kitchen vibe - ສະຫລຸບໂຄງການຂຸດຄົ້ນແຮ່ທາດົູ່ທົ່ວປະເທດມີ 963 ບໍລິສັດ ລັດຖະບານອຸນຸຍາດ 244 ແລະ ທ້ອງຖິ່ນ 719 ບໍລິສັດ ສາມາດສ້າງລາຍຮັບ 3.2 ຕື້ USD

ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ລາຍງານຕໍ່ກອງປະຊຸມເປີດກວ້າງ ເພື່ອສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ວັນທີ 2 ມັງກອນ 2025 ຜ່ານມານີ້: ມາຮອດປັດຈຸບັນ ລັດຖະບານ ໄດ້ອະນຸຍາດໃຫ້ບໍລິສັດ ລົງທຶນດ້ານບໍ່ແຮ່ ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງໝົດ 244 ບໍລິສັດ, 378 ກິດຈະການ. ໃນນັ້ນ, ມີບໍລິສັດທີ່ກຳລັງດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ຈໍານວນ 25 ບໍລິສັດ, 43 ກິດຈະການ, ໄລຍະກໍ່ສ້າງບໍ່ແຮ່ ຈຳນວນ 58 ບໍລິສັດ, 110 ກິດຈະການ, ບໍລິສັດທີ່ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈຳນວນ 85 ບໍລິສັດ, 149 ກິດຈະການ, ໂຄງການຂຸດຄົ້ນແຮ່ ແລະ ປຸງແຕ່ງ ຮູບແບບທົດລອງ 76 ບໍລິສັດ 76 ກິດຈະການ (ໄດ້ຫັນສູ່ຮູບແບບປົກກະຕິ 15 ບໍລິສັດ ແລະ 2 ບໍລິສັດ ຖອນກິດຈະການ) ແລະ ຂັ້ນທ້ອງຖິ່ນອອກອະນຸຍາດໃນຂອບເຂດທົ່ວປະເທດ 719 ບໍລິສັດ/ຫົວໜ່ວຍ, 777 ກິດຈະການ.

ນອກຈາກນີ້, ຍັງມີການອອກອະນຸຍາດປະເພດບໍລິການ ເປັນຕົ້ນ: ໂຮງງານປຸງແຕ່ງແຮ່ທາດທີ່ບໍ່ມີເຂດສຳປະທານເປັນຂອງຕົນເອງ ມີຈໍານວນ 24 ບໍລິສັດ, 25 ກິດຈະການ ແລະ ບໍລິການ ແລະ ທີ່ປຶກສາ ຈຳນວນ 28 ບໍລິສັດ, 35 ກິດຈະການ.

- Visit Laos Visit SALANA BOUTIQUE HOTEL - ສະຫລຸບໂຄງການຂຸດຄົ້ນແຮ່ທາດົູ່ທົ່ວປະເທດມີ 963 ບໍລິສັດ ລັດຖະບານອຸນຸຍາດ 244 ແລະ ທ້ອງຖິ່ນ 719 ບໍລິສັດ ສາມາດສ້າງລາຍຮັບ 3.2 ຕື້ USD
- Visit Laos Visit SALANA BOUTIQUE HOTEL - ສະຫລຸບໂຄງການຂຸດຄົ້ນແຮ່ທາດົູ່ທົ່ວປະເທດມີ 963 ບໍລິສັດ ລັດຖະບານອຸນຸຍາດ 244 ແລະ ທ້ອງຖິ່ນ 719 ບໍລິສັດ ສາມາດສ້າງລາຍຮັບ 3.2 ຕື້ USD

ໃນປີ 2024 ມີມູນຄ່າການລົງທຶນເຂົ້າໃນການຜະລິດແຮ່ທາດ ທັງໝົດ: 2,475,092,758 USD, ຖ້າທຽບໃສ່ ປີ 2023 ມູນຄ່າ: 2,432,051,082 USD ເຫັນວ່າເພີ່ມຂຶ້ນ 1.77% ແລະ ຖ້າທຽບໃສ່ແຜນການທິດທາງ (ສະພາຮັບຮອງ) ປີ 2024 ມູນຄ່າ: 1,513,454,812 USD ສາມາດປະຕິບັດໄດ້ລື່ນແຜນການ 63.54%.

ມູນຄ່າການຈຳໜ່າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ພາຍໃນ ແລະ ຕ່າງປະເທດ ລວມທັງໝົດ 3,261,274,831 USD, ຖ້າທຽບໃສ່ ປີ 2023 ມູນຄ່າ: 2,878,393,522 USD, ເຫັນວ່າເພີ່ມຂື້ນ 13% ແລະ ຖ້າທຽບໃສ່ແຜນທິດທາງ ປີ 2024 ມູນຄ່າ 2,005,210,750 USD ເຫັນວ່າສາມາດປະຕິບັດໄດ້ລື່ນແຜນການ 63%.

ພ້ອມກັນນີ້, ກໍໄດ້ດຳເນີນການກວດກາປະເມີນຜົນຂອງໂຄງການ ໃນປີ 2023 ສາມາດການຈັດປະເພດ ດັ່ງນີ້: A+ ມີ 2 ບໍລິສັດ ທຽບໃສ່ປີ 2022 ເພີ່ມຂຶ້ນ 1 ບໍລິສັດ; ປະເພດ A ມີ 3 ບໍລິສັດ, ທຽບໃສ່ປີ 2022 ຫຼຸດລົງ 3 ບໍລິສັດ; ປະເພດ B+ ມີ 11 ບໍລິສັດ, ທຽບໃສ່ປີ 2022 ເພີ່ມຂຶ້ນ 1 ບໍລິສັດ; ປະເພດ B ມີ 32 ບໍລິສັດ, ທຽບໃສ່ປີ 2022 ເພີ້ມຂຶ້ນ 16 ບໍລິສັດ; ປະເພດ C+ ມີ 22 ບໍລິສັດ ແລະ ປະເພດ C ມີ 30 ບໍລິສັດ.

- 5 - ສະຫລຸບໂຄງການຂຸດຄົ້ນແຮ່ທາດົູ່ທົ່ວປະເທດມີ 963 ບໍລິສັດ ລັດຖະບານອຸນຸຍາດ 244 ແລະ ທ້ອງຖິ່ນ 719 ບໍລິສັດ ສາມາດສ້າງລາຍຮັບ 3.2 ຕື້ USD
- 3 - ສະຫລຸບໂຄງການຂຸດຄົ້ນແຮ່ທາດົູ່ທົ່ວປະເທດມີ 963 ບໍລິສັດ ລັດຖະບານອຸນຸຍາດ 244 ແລະ ທ້ອງຖິ່ນ 719 ບໍລິສັດ ສາມາດສ້າງລາຍຮັບ 3.2 ຕື້ USD
- 4 - ສະຫລຸບໂຄງການຂຸດຄົ້ນແຮ່ທາດົູ່ທົ່ວປະເທດມີ 963 ບໍລິສັດ ລັດຖະບານອຸນຸຍາດ 244 ແລະ ທ້ອງຖິ່ນ 719 ບໍລິສັດ ສາມາດສ້າງລາຍຮັບ 3.2 ຕື້ USD