ທ່ານ ທຣໍາ ກຽມແຜນຂຶ້ນພາສີເພີ່ມອີກ ຫວັງແກ້ໄຂບັນຫາການຄ້າທີ່ບໍ່ເປັນທໍາ ເຖິງວ່າອັດຕາເງິນເຟີ້ເພີ່ມສູງຂຶ້ນ

- 111 9 - ທ່ານ ທຣໍາ ກຽມແຜນຂຶ້ນພາສີເພີ່ມອີກ ຫວັງແກ້ໄຂບັນຫາການຄ້າທີ່ບໍ່ເປັນທໍາ ເຖິງວ່າອັດຕາເງິນເຟີ້ເພີ່ມສູງຂຶ້ນ
- kitchen vibe - ທ່ານ ທຣໍາ ກຽມແຜນຂຶ້ນພາສີເພີ່ມອີກ ຫວັງແກ້ໄຂບັນຫາການຄ້າທີ່ບໍ່ເປັນທໍາ ເຖິງວ່າອັດຕາເງິນເຟີ້ເພີ່ມສູງຂຶ້ນ

      ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ເດີນໜ້າກຽມແຜນຂຶ້ນພາສີອາກອນເພີ່ມອີກ ໂດຍສະເພາະການຂຶ້ນພາສີອາກອນຕອບໂຕ້ (Reciprocl Tarffs) ໃນອັດຕາທີ່ເທົ່າທຽມກັນ ຫວັງແກ້ໄຂບັນຫາການຄ້າທີ່ບໍ່ເປັນທໍາໃນສາຍຕາອາເມລິກາ ເຖິງວ່າອັດຕາເງິນເຟີ້ຈະເພີ່ມສູງຂຶ້ນ.

       ທ່ານ ທຣໍາ ເນັ້ນເຖິງການຄ້າອາເມລິກາ ທີ່ມີຄວາມສົມດູນຍິ່ງຂຶ້ນ ໂດຍມີຄໍາສັ່ງໃຫ້ທີມເສດຖະກິດໃນລັດຖະບານ ທຣໍາ 2.0 ກວດສອບແຜນສໍາລັບພາສີອາກອນຕອບໂຕ້ທີ່ອາດເປັນໜຶ່ງຊ່ອງທາງເພີ່ມລາຍໄດ້ໃຫ້ອາເມລິກາ ແລະ ຫລຸດຊ່ອງວ່າງຂອງການຂາດດູນການຄ້າກັບປະເທດຄູ່ຄ້າ ເຖິງວ່າກົນໄກການຂຶ້ນພາສີນີ້ອາດເປັນສາເຫດສົງຄາມການຄ້າໂລກ ແລະ ເພີ່ມວິກິດເງິນເຟີ້ໃຫ້ອາເມລິກາກໍຕາມ.

      ສ່ວນທ່ານ ຮາວເວິດ ລັດນິກ ລັດຖະມົນຕີກະຊວງການຄ້າ ຄາດຄະເນວ່າ: ທ່ານ ແລະ ທີມງານຈະກວດສອບແຜນງານຕ່າງໆສໍາເລັດພາຍໃນວັນທີ 1 ເມສານີ້, ຈາກນັ້ນຈະຂຶ້ນຢູ່ກັບທ່ານ ທຣໍາ ວ່າຈະປະກາດຂຶ້ນພາສີອາກອນໃໝ່ນີ້ຢ່າງເປັນທາງການໃນວັນທີ 2 ເມສາ ຫລື ບໍ່.

ອ້າງອີງ:

- 4 - ທ່ານ ທຣໍາ ກຽມແຜນຂຶ້ນພາສີເພີ່ມອີກ ຫວັງແກ້ໄຂບັນຫາການຄ້າທີ່ບໍ່ເປັນທໍາ ເຖິງວ່າອັດຕາເງິນເຟີ້ເພີ່ມສູງຂຶ້ນ
- 3 - ທ່ານ ທຣໍາ ກຽມແຜນຂຶ້ນພາສີເພີ່ມອີກ ຫວັງແກ້ໄຂບັນຫາການຄ້າທີ່ບໍ່ເປັນທໍາ ເຖິງວ່າອັດຕາເງິນເຟີ້ເພີ່ມສູງຂຶ້ນ
- 5 - ທ່ານ ທຣໍາ ກຽມແຜນຂຶ້ນພາສີເພີ່ມອີກ ຫວັງແກ້ໄຂບັນຫາການຄ້າທີ່ບໍ່ເປັນທໍາ ເຖິງວ່າອັດຕາເງິນເຟີ້ເພີ່ມສູງຂຶ້ນ