ເສັ້ນທາງສີໄຄ-ສີເກີດ ສຳເລັດການປູເບຕົງ ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2025

ເສັ້ນທາງສີໄຄ-ສີເກີດ ສຳເລັດການປູເບຕົງ ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2025 - 476640004 1043416694489250 5544383791849219535 n - ເສັ້ນທາງສີໄຄ-ສີເກີດ ສຳເລັດການປູເບຕົງ ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2025
ເສັ້ນທາງສີໄຄ-ສີເກີດ ສຳເລັດການປູເບຕົງ ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2025 - kitchen vibe - ເສັ້ນທາງສີໄຄ-ສີເກີດ ສຳເລັດການປູເບຕົງ ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2025

ວັນທີ 12 ກຸມພາ 2025 ຜ່ານມານີ້ ທ່ານ ດາລາວຽງ ຈັນທະລັງສີ  ຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ ນະຄອນ ຫລວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13ເໜືອ ແຕ່ ສີໄຄ-ສີເກີດເກີດ, ມີໄລຍະທາງຍາວ 6 ກິ ໂລແມັດກວ່າ ໄດ້ສໍາເລັດການເທເບຕົງໜ້າທາງ 100%ແລ້ວ ແລະ ໃນທ້າຍເດືອນກຸມພານີ້ ຈະເປີດໃຫ້ພາຫະນະສັນຈອນ ໄປ-ມາ ຊົ່ວຄາວກ່ອນຈະຮອດມື້ມອບ-ຮັບຜົນສໍາເລັດຢ່າງເປັນທາງການ.

ການເທເບຕົງໜ້າທາງສຸດທ້າຍ ມີ 2 ຈຸດ ຄື: ຈຸດສາມແຍກສີໄຄ ແລະ ຈຸດສາມແຍກໄປທາງດົງນາທອງ ຫາຄິວລົດສາຍເໜືອ, ເຊິ່ງໝາຍຄວາມວ່າ  ໄລຍະທາງທັງໝົດ 6.3 ກິໂລແມັດ ການເທເບຕົງ ໜ້າທາງຂອງ ແມ່ນສໍາເລັດແລ້ວ 100%.

ຈາກນີ້ໄປຈະໄດ້ເກັບລາຍລະອຽດອົງປະກອບຕ່າງໆ ຢູ່ໜ້າທາງເຊັ່ນ: ວຽກຂອບທາງ, ທາງຄົນຍ່າງ, ແຕ້ມເສັ້ນ ແລະ ອື່ນໆ ໃຫ້ສໍາເລັດພາຍໃນທ້າຍເດືອນມີນາ 2025, ເພາະຕາມສັນຍາແລ້ວການປັບປຸງ ແລະ ສ້ອມແປງເສັ້ນທາງແຕ່ສີໄຄ-ສີເກີດເກີດ ຕ້ອງໃຫ້ສໍາເລັດທຸກຢ່າງ 100% ບໍ່ເກີນວັນທີ 31 ມີນາ 2025.

ເສັ້ນທາງສີໄຄ-ສີເກີດ ສຳເລັດການປູເບຕົງ ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2025 - 5 - ເສັ້ນທາງສີໄຄ-ສີເກີດ ສຳເລັດການປູເບຕົງ ແລະ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມີນາ 2025
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!