ອາເມລິກາອາດຍອມຮັບເຢລູຊາເລມ ເປັນເມືອງຫລວງຂອງອິດສະລາແອນ

ມີຄວາມເປັນໄປໄດ້ສູງທີ່ປະທານາທິບໍດີ ໂດນັນ ທຣຳ ຈະປະກາດໃນອາທິດນີ້ວ່າ: ອາເມລິກາຍອມຮັບນະຄອນຫລວງເຢລູຊາເລມເປັນເມືອງຫລວງຂອງອິດສະລາແອນ ເຊິ່ງເປັນການເຄື່ອນໄຫວທີ່ຈະກັບທິດທາງນະໂຍບາຍທີ່ມີມາດົນນານຫລາຍທົດສະວັດຂອງອາເມລິກາ ແລະ ອາດເຮັດໃຫ້ຄວາມເຄັ່ງຕຶງຢູ່ຕາເວັນອອກກາງລຸກເປັນໄຟ.
ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 2 ທັນວາວ່າ: ທ່ານ ທຣຳ ອາດຈະປະກາດໃນລະຫວ່າງການກ່າວສູນທອນພົດ ໃນວັນທີ 6 ທັນວາ, ແຕ່ຄາດວ່າທ່ານອາດຈະເລື່ອນອອກໄປອີກເຊັ່ນກັນ. ສຳລັບຄຳໝັ້ນໃນລະຫວ່າງການຫາສຽງເລືອກຕັ້ງ ໃນການຍ້າຍສະຖານທູດອາເມລິກາປະຈຳອິດສະລາແອນ ຈາກເມືອງເທລອາວີບໄປເຢລູຊາເລມ. ຈາກການເປີດເຜີຍຂອງເຈົ້າໜ້າທີ່ລະດັບສູງ ແລະ ອີກ 2 ແຫລ່ງຂ່າວໃນລັດຖະບານອາເມລິກາ ໃນວັນທີ 30 ພະຈິກແລ້ວນີ້ ເຊິ່ງເນັ້ນວ່າທ່ານ ທຣຳ ຍັງບໍ່ມີການຕັດສິນໃຈຂັ້ນສຸດທ້າຍໃນບັນຫານີ້.
ຊາວປາແລັສຕິນຕ້ອງການໃຫ້ເຢລູຊາເລມເປັນເມືອງຫລວງຂອງລັດອະນາຄົດຂອງຕົນ ແລະ ປະຊາຄົມສາກົນບໍ່ຍອມຮັບການກ່າວອ້າງກຳມະສິດເໜືອເມືອງທັງໝົດຂອງອິດສະລາແອນ ເຊິ່ງເຢລູຊາເລມເປັນທີ່ຕັ້ງສາສະໜາສະຖານສັກສິດຂອງທັງ 3 ສາສະໜາ ຄືຈູດາ, ອິສລາມ ແລະ ຄຣິສ.