ເກີດເຫດເຮືອບິນຊ້ອມຮົບໄຕ້ຫວັນ “AT-5 Brave Eagle”ຕົກລົງທະເລໃນຂະນະທີ່ກໍາລັງຝຶກຊ້ອມ
February 15, 2025 - 3:19 PM

ສໍານັກຂ່າວຣອຍເຕີລາຍງານວັນທີ 15 ກຸມພາ 2025 ເຮືອບິນຊ້ອມຮົບ AT-5 Brave Eagle ຂອງໄຕ້ຫວັນເກີດອຸປະຕິເຫດ ໃນຂະນະທີ່ກໍາລັງຝຶກຊ້ອມການໃຊ້ອາວຸດ ເຊິ່ງສາເຫດມາຈາກເຄື່ອງຈັກຂັດຂ້ອງ ຈົນເຮັດໃຫ້ເຮືອບິນຕົກລົງທະເລໃນເວລາຕໍ່ມາ.
ກອງທັບອາກາດໃຕ້ຫວັນໃຫ້ຮູ້ວ່າ: ເຮືອບິນລຳດັ່ງກ່າວບິນຂຶ້ນຈາກຖານທັບອາກາດ ຊີຫາງ ໃນແຂວງ ໄຖ່ຕົງ ແຄມຝັ່ງທະເລຕາເວັນອອກຂອງໄຕ້ຫວັນ ເພື່ອປະຕິບັດການບິນຝຶກຊ້ອມນຳໃຊ້ອາວຸດ ໄດ້ບໍ່ນານກໍ່ມີລາຍງານວ່າ ເຄື່ອງຈັກຂັດຂ້ອງ ກ່ອນທີ່ຈະຕົກລົງທະເລ, ໂຊກດີທີ່ນັກບິນປອດໄພ ແລະ ໄດ້ຮັບການຊ່ວຍເຫລືອເປັນທີຮຽບຮ້ອຍແລ້ວ ຫລັງຈາກທີ່ດີດຕົວອອກມາ.