ປະທານໄກສອນເຄີຍເວົ້າວ່າ “ໄດ້ເລື່ອນຂັ້ນເປັນຜູ້ນຳພາ ຢ່າເຮັດເປັນພະນັກງານ 10 ຂາ”

ໂດຍ: ທິດກໍ່າ
ໃນກາລະເວລາທີ່ພວມກ້າວເຂົ້າສູ່ບັນຍາກາດກອງປະຊຸມສາມຂັ້ນຂອງອົງຄະນະພັກແຕ່ລະຂັ້ນ ຄືຂັ້ນເມືອງ, ຂັ້ນແຂວງ, ກະຊວງທະບວງກົມ ແລະ ຈະກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວ ມີຫລາຍເມືອງ, ຫລາຍກົມກອງທ້ອງຖິ່ນໄດ້ສໍາເລັດກອງປະຊຸມໃຫຍ່ຂອງຕົນຕາມຄວາມມຸ້ງຫວັງ ແລະ ເປັນໄປຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ. ດັ່ງໃນວັນທີ 6-7 ກຸມພາ 2025 ເມືອງໄຊທານີ ນະຄອນຫລວງວຽງຈັນ ກໍສໍາເລັດກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ, ໃນວັນທີ 10-11 ກຸມພາ 2025 ເມືອງບຸນເໜືອ ແຂວງຜົ້ງສາລີ ກໍສໍາເລັດກອງປະຊຸມໃຫຍ່ອົງຄະນະພັກ ແລະ ຍັງມີຫລາຍໆກົມກອງທ້ອງຖິ່ນພວມທະຍອຍເປີດກອງປະຊຸມໃຫຍ່ຂອງຕົນຕາມວັນເວລາທີ່ໄດ້ກໍານົດເອົາໄວ້.
ພິເສດໃນວາລະກອງປະຊຸມໃຫຍ່ຂອງຕົນ ນອກຈາກໄດ້ຜ່ານບົດລາຍງານການເມືອງໃນໄລຍະ 5 ປີຜ່ານມາ ແລະ ຜ່ານແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີຂ້າງໜ້າແລ້ວ ຍັງຕ້ອງເລືອກເອົາຄະນະບໍລິຫານງານຊຸດໃໝ່, ແນ່ນອນການຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ໃນບາງກົມກອງທ້ອງຖິ່ນກໍຍັງມີຜູ້້ເກົ່າເປັນເລຂາຄະນະບໍລິຫານງານ, ບາງເມືອງກໍໄດ້ເລືອກຕັ້ງເອົາຜູ້ໃໝ່ມາເປັນເລຂາອົງຄະນະພັກ. ສ່ວນວ່າໃນຄະນະບໍລິຫານງານກໍມີທັງຜູ້ເກົ່າ ແລະ ຜູ້ໃໝ່ທົດແທນປະປົນກັນຂຶ້ນມາຕາມຄວາມຮຽກຮ້ອງຕ້ອງການຂອງອົງຄະນະພັກ.
ແຕ່ແນວໃດກໍຕາມ, ໃນເມື່ອເລືອກຕັ້ງເອົາຄະນະບໍລິຫານງານຂອງຕົນຂຶ້ນມາແລ້ວ ບໍ່ວ່າຜູ້ເກົ່າ ຫລື ຜູ້ໃໝ່ແມ່ນຂໍຢ່າເປັນພະນັກງານ 10 ຂາ ເພາະວ່າມັນຈະພາໃຫ້ເກີດຫລາຍພະຍາດຕາມມາເຊັ່ນ: ພະຍາດອາດຍາສິດ, ພະຍາດໄດ້ແຕ່ເວົ້າ ແຕ່ເຮັດບໍ່ໄດ້, ພະຍາດສໍ້ລາດບັງຫລວງ ແລະ ພະຍາດອື່ນໆຕາມມາ. ໃນຄວາມໝາຍຂອງຄໍາວ່າ: ພະນັກງານ 10 ຂານັ້ນ ກໍຄື 4 ຂາໂຕະ, 4 ຂາຕັ່ງ ແລະ 2 ຂາຂອງຕົນເອງ ລວມກັນທັງໝົດມີ 10 ຂາພໍດີ.
ຕອນປະທານ ໄກສອນ ພົມວິຫານ ຍັງມີຊີວິດເປັນຜູ້ນໍາພາບໍລິຫານບ້ານເມືອງ ເພິ່ນໄປໂອ້ລົມການນໍາແຕ່ລະຂັ້ນຢູ່ບ່ອນໃດ ເພິ່ນມັກເຕືອນເລື້ອຍໆວ່າ: “ເປັນການນໍາຢ່າເປັນພະນັກງານ 10 ຂານັ່ງຢູ່ແຕ່ຫ້ອງແອ, ອອກແຕ່ຄໍາສັ່ງໃຫ້ຂັ້ນລຸ່ມເຮັດ. ຕົວຢ່າງຂັ້ນສູນກາງອອກຄໍາສັ່ງໃຫ້ຂັ້ນແຂວງເຮັດ, ຂັ້ນແຂວງກໍອອກຄໍາສັ່ງຕໍ່ໃຫ້ຂັ້ນເມືອງເຮັດ, ເມືອງກໍອອກຄໍາສັ່ງໃຫ້ບ້ານເຮັດ. ອີກບໍ່ນານເກີນລໍກໍຈະມີຂັ້ນຕາແສງ ກໍອອກຄໍາສັ່ງໃຫ້ຂັ້ນຕາແສງເຮັດ, ຜົນສຸດທ້າຍຄໍາສັ່ງນັ້ນກໍໄປເຮ່ຍຢູ່ໜ້າໂຕະຂອງນາຍບ້ານ. ສະຫລຸບແລ້ວໃຜກໍອອກຄໍາສັ່ງ ແຕ່ຜູ້ລົງມືເຮັດແບບຈິງຈັງນັ້ນບໍ່ມີ ໝົດປີມາກໍສະຫລຸບລາຍງານແບບດອກໄມ້ທີ່ໄຮ້ກິ່ນຫອມ. ນີ້ລະຄືທີ່ມາຂອງພະນັກງານ 10 ຂາ.
ການທີ່ເປັນພະນັກງານ 10 ຂາ ບໍ່ພຽງແຕ່ພາໃຫ້ເກີດພະຍາດອາດຍາສິດ ຍັງມີພະຍາດອື່ນຕາມມາເຊັ່ນ: ພະຍາດໄດ້ແຕ່ເວົ້າແຕ່ເຮັດບໍ່ໄດ້, ພະຍາດສໍ້ລາດບັງຫລວງພັກໄຝ່ຫາແຕ່ຜົນປະໂຫຍດສ່ວນຕົວ ແລະ ກຸ່ມກ້ອນ, ຂາດການລົງຮາກຖານ, ຂາດການລົງໃກ້ຊິດຕິດແທດມະຫາຊົນ, ປະຊາຊົນເປັນຫຍຸ້ງຍາກຂາດເຂີນບໍ່ລົງໄປເບິ່ງຄວາມສຸກທຸກເຂົາ, ແຕ່ພໍມີຊອງບັດເຊີນໄປຮ່ວມພິທີເປີດບໍລິສັດໃໝ່ຂອງຜູ້ລົງທຶນ ຍາດກັນໄປເພື່ອໃຫ້ໄດ້ເງິນທິບເງິນອັງເປົາ. ນີ້ລະຄືພະຍາດທີ່ເກີດມາຈາກພະນັກງານ 10 ຂາ.