ຮາມັດຢືນຢັນຜູ້ບັນຊາການທະຫານຢູ່ລີບັງຖືກອິດສະລາແອນໂຈມຕີເສຍຊີວິດ
February 18, 2025 - 4:25 PM


ກອງພົນນ້ອຍອັລ-ກັລຊໍາຂອງກຸ່ມຮາມັດ ອອກຖະແຫລງການລະບຸວ່າ: ທ່ານ ມູຮໍາໝັດ ຊາຮີນ ເຊິ່ງເປັນຜູ້ບັນຊາການທະຫານຄົນໜຶ່ງຂອງທ່ານ ອັລ-ກັສຊໍາ ໄດ້ເສຍຊີວິດຈາກການໂຈມຕີຂອງອິດສະລາແອນຢູ່ລີບັງ.
ທ່ານ ມູຮໍາໝັດ ຊາຮີນ ຜູ້ບັນຊາການທະຫານຄົນໜຶ່ງຂອງກອງພົນນ້ອຍອັລ-ກັສຊໍາ ໄດ້ເສຍຊີວິດຈາກການໂຈມຕີທາງອາກາດຂອງອິດສະລາແອນຕໍ່ເມືອງໄຊດາທາງໃຕ້ຂອງລີບັງໃນວັນທີ 17 ກຸມພາ” ຖະແຫລງການລະບຸ.
ກອງກໍາລັງປ້ອງກັນອິດສະລາແອນ (IDF) ຖະແຫລງກ່ອນໜ້ານີ້ວ່າ: ເຮືອບິນຮົບຂອງອິດສະລາແອນສາມາດໂຈມຕີ ແລະ ກໍາຈັດທ່ານ ມູຮໍາໝັດ ຊາຮີນ ໃນເມືອງໄຊດອນ ໂດຍທ່ານ ຊາຮີນ ເປັນຫົວໜ້າຝ່າຍປະຕິບັດການຂອງກຸ່ມຮາມັດຢູ່ລີບັງ ເຊິ່ງຮັບຜິດຊອບຕໍ່ການໂຈມຕີຊາວອິດສະລາແອນຕາມຊາຍແດນລີບັງ.