ມອບລົດໃຫຍ່ LUXUS ທີ່ລັກລອບນຳເຂົ້າແບບບໍ່ຖືກຕ້ອງ ໃຫ້ ປກສ ແຂວງຫລວງນ້ຳທາ ດຳເນີນຄະດີ
February 19, 2025 - 4:00 PM

ປກສ ແຂວງຫລວງນ້ຳທາ ລາຍງານ ວັນທີ 19 ກຸມພາ 2025 ນີ້ວ່າ: ພັທ ຄຳປ່ຽນ ສີສະຫວາດ ຫົວໜ້າພະແນກຕຳຫລວດ ປກສ ເມືອງສິງ ຕາງໜ້າ ເຈົ້າໜ້າທີ່ທີ່ສືບສວນ-ສອບສວນ ຄະດີອາຍາ ແລະ ເສດຖະກິດ ກອງບັນຊາການ ປກສ ເມືອງສິງ ໄດ້ມອບລົດໃຫຍ່ ຍີ່ຫໍ້ LUXUS ຈໍານວນ 2 ຄັນ ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງ ໃຫ້ແກ່ກອງບັນຊາການ ປກສ ແຂວງຫລວງນ້ຳທາ ສືບຕໍ່ດຳເນີນຄະດີ ຕ່າງໜ້າກ່າວຮັບໂດຍ ພັທ ອານຸພອນ ດວງພະຈັນ ຫົວໜ້າພະແນກເສດຖະກິດ ປກສ ແຂວງຫລວງນ້ຳທາ.
ລົດໃຫຍ່ທີ່ ມອບ-ຮັບ ຄັ້ງນີ້ແມ່ນລົດຖືກກັກໄດ້ໃນທ້າຍປີ 2024 ພ້ອມທັງກັກຕົວ 2 ຄົນ ເພດຊາຍ ເປັນຄົນສັນຊາດຈີນ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ຂ່າວ ປກສ ແຂວງຫລວງນ້ຳທາ