ເນັ້ນໃຫ້ 8 ໜ້າວຽກ ຂະແໜງກະສິກຳເອົາໃສ່ ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງ

- 480682349 1199447848850288 3803637094006300186 n - ເນັ້ນໃຫ້ 8 ໜ້າວຽກ ຂະແໜງກະສິກຳເອົາໃສ່ ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງ
- kitchen vibe - ເນັ້ນໃຫ້ 8 ໜ້າວຽກ ຂະແໜງກະສິກຳເອົາໃສ່ ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງ

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເນັ້ນ 8 ໜ້າວຽກສຳຄັນ ຕໍ່ກອງປະຊຸມ ຂະແໜງການປູກຝັງທົ່ວປະເທດ 2024 ວັນທີ 21 ກຸມພາ 2025 ຜ່ານມານີ້ ເພື່ອແນໃສ່ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງໃນຕໍ່ໜ້າໃຫ້ມີຜົນສຳເລັດຕາມແຜນການທີ່ກຳນົດໄວ້ ດັ່ງນີ້:

1.) ສືບຕໍ່ ສ້າງ ແລະ ປັບປຸງ ບັນດານິຕິກຳ ດ້ານການປູກຝັງ ເພື່ອເປັນເຄື່ອງມື ຄຸ້ມຄອງມະຫາພາກ; 2.) ສືບຕໍ່ພັດທະນາ ລະບົບວຽກງານ ການປ້ອງກັນພືດ ເພື່ອປ້ອງກັນ ແລະ ກຳຈັດການລະບາດຂອງສັດຕູພືດພາຍໃນ ແລະ ປ້ອງກັນສັດຕູພືດພາຍນອກ ຕາມລະບຽບຫຼັກການຂອງພາກພື້ນ ແລະ ສາກົນ; 3.) ສຶບຕໍ່ ຄົ້ນຄວ້າ, ສັງລວມມາດຕະຖານເງື່ອນໄຂ, ດ້ານເຕັກນິກ ແລະ ຄຸນນະພາບສິນຄ້າກະສິກໍາ ທີ່ມີສັນຍາ ວ່າດ້ວຍ ສຸຂະນາໄມ ແລະ ສຸຂານາໄມພືດ (ຫຼື SPS);

- Visit Laos Visit SALANA BOUTIQUE HOTEL - ເນັ້ນໃຫ້ 8 ໜ້າວຽກ ຂະແໜງກະສິກຳເອົາໃສ່ ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງ
- Visit Laos Visit SALANA BOUTIQUE HOTEL - ເນັ້ນໃຫ້ 8 ໜ້າວຽກ ຂະແໜງກະສິກຳເອົາໃສ່ ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງ

4.) ສືບຕໍ່ສ້າງຄູ່ມື ແລະ ບົດແນະນໍາ ກ່ຽວກັບ ການສ້າງບົດວິພາກເສດຖະກິດ-ເຕັກນິກ ໂຮງງານປຸງແຕ່ງພືດ ຢ່າງເປັນລະບົບ;

5.) ສືບຕໍ່ ພັດທະນາ ວຽກງານລະບົບກະສິກຳສະອາດ ໂດຍເລັ່ງໃສ່ ພັດທະນາລະບົບການກວດກາ ແລະ ຢັ້ງຢືນກະສິກໍາສະອາດ, ຄຸນນະພາບ ກ່ຽວກັບ ພືດ ແລະ ຜະລິດຕະພັນພືດ ແລະ ມາດຕະຖານອື່ນໆ ທີ່ຕິດພັນກັບວຽກງານປູກຝັງ;

6.) ສືບຕໍ່ເອົາໃຈໃສ່ຄຸ້ມຄອງ ແລະ ກວດກາ ປັດໄຈການຜະລິດ ແລະ ເຕັກນິກວິຊາການ ດ້ານການປູກຝັງ ໃນການຜະລິດສະບຽງອາຫານ ແລະ ຜະລິດສິນຄ້າ ຂອງນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າສູ່ລະບຽບຫຼັກການ;

7.) ເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ, ຊຸກຍູ້ ແລະ ອໍານວຍຄວາມສະດວກ ຕໍ່ການລົງທຶນດ້ານການປູກຝັງ, ລະບົບຄ່ຽນຖ່າຍສິນຄ້າ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນລະບົບຄົບຊຸດ;

8.) ສືບຕໍ່ ເພີ່ມທະວີຄວາມຮັບຜິດຊອບ ໃນການ ສັງລວມ ລາຍງານ ຂໍ້ມູນການສົ່ງອອກພືດ ແລະ ຜະລິດຕະພັນພືດ ໃຫ້ລະອຽດ, ຈະແຈ້ງ, ຖືກຕ້ອງຕາມສະພາບຕົວຈິງ ແລະ ທັນກັບສະພາບການ ເພື່ອສະດວກໃນການຄຸ້ມຄອງ ແລະ ວາງແຜນ ໃນຕໍ່ໜ້າ.

- 3 - ເນັ້ນໃຫ້ 8 ໜ້າວຽກ ຂະແໜງກະສິກຳເອົາໃສ່ ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງ
- 5 - ເນັ້ນໃຫ້ 8 ໜ້າວຽກ ຂະແໜງກະສິກຳເອົາໃສ່ ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງ
- 4 - ເນັ້ນໃຫ້ 8 ໜ້າວຽກ ຂະແໜງກະສິກຳເອົາໃສ່ ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງ