Samsung ພັດທະນາແບັດເຕີຣີຈາກ Graphene ball ໃຊ້ເວລາສາກພຽງ 12 ນາທີເທົ່ານັ້ນ

ບໍລິສັດໃຫຍ່ຢ່າງ Samsung ນັ້ນຈະເຄີຍມີຂ່າວບໍ່ຄ່ອຍດີກ່ຽວກັບໂທລະສັບມືຖື ແລະ ແບັດເຕີຣີ ແຕ່ການປ່ອຍໂທລະສັບເຊັ່ນ Galaxy S8, Galaxy S8+ ແລະ Galaxy Note 8 ອອກສູ່ທ້ອງຕະຫຼາດນັ້ນ ກໍກັບມາຊ່ວຍເສີມຄວາມແຂງແກ່ນ ແລະ ຄວາມເຊື່ອໝັ້ນຄືນມາໄດ້ ແລະ ໃນຂະນະນີ້ Samsung ຍັງອ້າງເຖິງການພັດທະນາວັດສະດຸທີ່ໃຊ້ຜົນຜະລິດແບັດເຕີຣີທີ່ຈະຊ່ວຍໃຫ້ການສາກນັ້ນໄວຂຶ້ນອີກເຖິງ 5 ເທົ່າ, ຊຶ່ງພັດທະນາໂດຍທີມງານຈາກ Samsung Advanced Institute of Technology (SAIT) ຊຶ່ງໄດ້ຮ່ວມມືກັບ Samsung SDI ແລະ Seoul National University ດ້ວຍ, ວັດສະດຸດັ່ງກ່າວນັ້ນຄື Graphene ball ຊຶ່ງມີສ່ວນຊ່ວຍໃຫ້ແບັດເຕີຣີຄວາມຈຸເພີ່ມຂຶ້ນອີກ 45% ແລະ ສາກໄວກວ່າແບັດເຕີຣີລິທຽມແບບທໍາມະດາເຖິງ 5 ເທົ່າ.
ແບັດເຕີຣີທີ່ໃຊ້ວັດສະດຸ Graphene ball ຕ້ອງການເວລາພຽງແຕ່ 12 ນາທີເທົ່ານັ້ນ ສໍາລັບການສາກໄຟຈົນເຕັມໃນແຕ່ລະຄັ້ງ ທັງຍັງສາມາດຮັກສາອຸນຫະພູມໄວ້ທີ່ 60 ອົງສາ ໄດ້ຢ່າງມີສະຖຽນລະພາບອີກດ້ວຍ ແລະ Samsung ເອງກໍໄດ້ຍື່ນຈົດສິດທິບັດໄປແລ້ວສອງສະບັບສໍາລັບເຕັກໂນໂລຊີ Graphene ball ນີ້. ນອກຈາກນີ້ Samsung ຈະທົບສອບເຕັກໂນໂລຊີໃຫມ່ນີ້ຫຼາຍຄັ້ງ ກ່ອນທີ່ຈະເລີ່ມການຜະລິດຢ່າງເຕັມຮູບແບບ ແລະ ຂັ້ນຕອນການທົດສອບອາດໃຊ້ເວລາຫຼາຍກວ່າປົກກະຕິ ເນື່ອງຈາກວ່າ Samsung ບໍ່ຕ້ອງການທີ່ຈະໃຫ້ເກີດເຫດການບໍ່ຄາດຝັນຊໍ້າຂຶ້ນອີກ. ດຣ Son In-hyuk ຊຶ່ງເປັນຜູ້ນໍາໂຄງການ ແລະ ໃນນາມຂອງ SAIT ກ່າວວ່າ: ການວິໄຈຂອງເຮົາຈະຊ່ວຍໃຫ້ສາມາດຜະລິດ Graphene ອອກມາເພື່ອໃຫ້ໃຊ້ງານໄດ້ຫຼາກຫຼາຍຮູບແບບ ພ້ອມກັບລາຄາທີ່ເໝາະສົມ ແລະ ໃນຂະນະດຽວກັນນັ້ນກໍຍັງສາມາດທີ່ຈະເພີ່ມຂີດຄວາມສາມາດຂອງແບັດເຕີຣີແບບລິທຽມໄອອອນໄດ້ເຊັ່ນກັນ ຊຶ່ງມັນຍັງຄົງເປັນແບັດເຕີຣີທີ່ມີຄວາມຕ້ອງການໃນຕະຫຼາດກ່ຽວກັບອຸປະກອນເຄື່ອນທີ່ຕ່າງໆ ແລະ ລົດຍົນໄຟຟ້າທີ່ກໍາລັງເຕີບໃຫຍ່ຢ່າງວ່ອງໄວ ຄວາມມຸ່ງໝັ້ນຂອງເຮົາຄືການສໍາຫລວດ ແລະ ພັດທະນາເຕັກໂນໂລຊີແບັດເຕີຣີສໍາຮອງຢ່າງຕໍ່ເນື່ອງ ເພື່ອຕອບຮັບກັບຄວາມຕ້ອງການເຫຼົ່ານີ້.