ໄດ້ຮັບການຊ່ວຍເຫລືອເກືອບ 6 ແສນເອີໂຣ ໃນວຽກງານນໍ້າປະປາຢູ່ 2ເມືອງ ແຂວງຫລວງພະບາງ

ການເຊັນບົດບັນທຶກຄວາມເຂົ້າໃຈ ໃນໂຄງການຂະຫຍາຍນໍ້າປະປາໃນຕົວເມືອງນ້ອຍ ໄລຍະ 3 (SEWIT3) ດຳເນີນໄປໃນ ວັນທີ 24 ກຸມພາ 2025, ຕາງໜ້າໂດຍທ່ານ ນາງ ພູວັນ ແສນບຸດຕະລາດ ຮັກສາການຫົວໜ້າກົມນໍ້າປະປາ ກັບ ທ່ານ ອາກໄນ ວົງໂຕແບລ໌ ຫົວໜ້າອົງການເກັດປະຈຳ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກພາກສ່ວນກຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວໄດ້ຮັບທຶນຊ່ວຍເຫລືອຈາກສະມາຄົມນໍ້າ ອີລເດີຝຣັ່ງ, ເຊີດີຟ SEDIF ຈໍານວນ 570,995 ເອີໂຣ,ຈະໄດ້ປະຕິບັດໂຄງການຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ
ກວມເອົາ 3 ບ້ານຄື: ບ້ານແສນສີ, ບ້ານສາລາພູຄູນ ແລະ ບ້ານບັງກາໂລ ເຊິ່ງເປັນໂຄງການໜຶ່ງ ທີ່ຕອບສະໜອງຕໍ່ຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາ ຂະແໜງນໍ້າປະປາ ແລະ ສຸຂະພິບານ ມີຄວາມໝັ້ນຄົງ ຕາມທິດສີຂຽວ ແລະ ຍືນຍົງ, ຮັບປະກັນການຈັດຕັ້ງປະຕິບັດໃຫ້ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals-SDGs) ໃນປີ 2030 ໂດຍ ສະເພາະ SDG 6.1 ຮອດປີ 2030.
ທີ່ມາ: Lao National Radio