ອູແກຣນຕອບຮັບຂໍ້ສະເໜີຢຸດຍິງ 30 ວັນຂອງອາເມລິກາ ພ້ອມເຈລະຈາກັບຣັດເຊຍທັນທີ

ທ່ານ ໂວໂລດິເມຍ ເຊເລນສກີ ປະທານາທິບໍດີອູແກຣນ ເປີດເຜີຍວ່າ: ອູແກຣນໄດ້ຕອບຮັບຂໍ້ສະເໜີຂອງອາເມລິກາໃນການຢຸດຍິງກັບຣັດເຊຍເປັນເວລາ 30 ວັນ ພາຍຫລັງການເຈລະຈາຢ່າງເປັນທາງການຄັ້ງທໍາອິດລະຫວ່າງເຈົ້າໜ້າທີ່ລະດັບສູງຂອງອູແກຣນ ແລະ ອາເມລິກາ ຢູ່ນະຄອນເຈດດາ ຂອງຊາອຸດິອາຣະບີ ໃນວັນທີ 11 ມີນາ ໂດຍໃຊ້ເວລາໃນການເຈລະຈາກວ່າ 8 ຊົ່ວໂມງ.
ຂໍ້ສະເໜີຢຸດຍິງທີ່ອູແກຣນຍອມຮັບ ຄວບຄຸມເຖິງແນວໜ້າທັງໝົດຂອງການສູ້ຮົບກັບຣັດເຊຍ ບໍ່ພຽງແຕ່ທາງອາກາດ ແລະ ທາງທະເລ.
ຂະນະທີ່ທ່ານ ເຊເລນສກີ ກ່າວວ່າ: ອູແກຣນຍອມຮັບຂໍ້ສະເໜີນີ້ ເຮົາເບິ່ງວ່າເປັນໄປໃນທາງບວກ, ເຮົາພ້ອມຈະດໍາເນີນງານດັ່ງກ່າວ ແລະ ອາເມລິກາຕ້ອງຊັກຊວນໃຫ້ຣັດເຊຍປະຕິບັດເຊັ່ນດຽວກັນ. ພ້ອມກ່າວວ່າ: ຂໍ້ຕົກລົງຢຸດຍິງຈະເລີ່ມຂຶ້ນໃນທັນທີທີ່ຣັດເຊຍຕອບຕົກລົງ.
ທ່ານ ມາຣ໌ໂກ ຣູບິໂອ ລັດຖະມົນຕີຕ່າງປະເທດອາເມລິກາ ກ່າວພາຍຫລັງເຈລະຈາວ່າ: ອູແກຣນໄດ້ຕອບຮັບຂໍ້ສະເໜີທັງການຢຸດຍິງ ແລະ ເຂົ້າສູ່ການເຈລະຈາກັບຣັດເຊຍທັນທີ ໂດຍຕອນນີ້ ພາລະໜ້າທີ່ຕົກຢູ່ນໍາຣັດເຊຍໃນການດໍາເນີນງານເພື່ອຢຸດສົງຄາມ.
ຂະນະທີ່ອາເມລິກາລະບຸໃນຖະແຫລງການຮ່ວມວ່າ: ຈະຍົກເລີກຢຸດແບ່ງປັນຂ່າວ ແລະ ກັບມາໃຊ້ການຊ່ວຍເຫລືອດ້ານຄວາມໝັ້ນຄົງຕໍ່ອູແກຣນອີກໃນທັນທີ.
ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ສະແດງຄວາມຍິນດີຕໍ່ຂ່າວນີ້ ໂດຍກ່າວຕໍ່ນັກຂ່າວຢູ່ທໍານຽບຂາວວ່າ: ທ່ານພ້ອມຕ້ອນຮັບທ່ານ ເຊເລນສກີ ກັບສູ່ທໍານຽບຂາວ ແລະ ອາດຈະມີການເຈລະຈາກັບທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໃນອາທິດນີ້.
ສ່ວນຜູ້ນໍາເອີຣົບ ຕ່າງສະແດງທ່າທີສະໜັບສະໜູນຂໍ້ສະເໜີຢຸດຍິງດັ່ງກ່າວ ໂດຍສະຫະພາບເອີຣົບເບິ່ງວ່າເປັນພັດທະນາການທາງບວກ.
ອ້າງອີງ: