ກ້າວເຂົ້າປີ 2025 ເລີ່ມເຫັນແສງສະຫວ່າງທີ່ປາຍອຸໂມງ

- 1696936661 Blick auf Vientiane - ກ້າວເຂົ້າປີ 2025 ເລີ່ມເຫັນແສງສະຫວ່າງທີ່ປາຍອຸໂມງ
- kitchen vibe - ກ້າວເຂົ້າປີ 2025 ເລີ່ມເຫັນແສງສະຫວ່າງທີ່ປາຍອຸໂມງ

ໂດຍ: ທິດກໍ່າ

ພໍກ້າວເຂົ້າປີ 2025 ຄືນັບແຕ່ເດືອນມັງກອນຫາເດືອນມີນາ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນໃນໄລຍະໄຕມາດທີ 1 ພວກເຮົາເລີ່ມເຫັນສິ່ງດີໆຫລາຍຢ່າງທີ່ເປັນຜົນງານຊິ້ນໃຫຍ່ໆ ປຽບເໝືອນເຫັນແສງສະຫວ່າງທີ່ປາຍອຸມົງ. ໝາຍວ່າຈາກເດືອນມັງກອນຫາເດືອນມີນາ 2025 ເຫັນຫລາຍປັດໄຈຄ່ອຍໆດີຂຶ້ນຢ່າງເປັນຮູບປະທໍາ ບໍ່ວ່າໃນດ້ານເສດຖະກິດ ກໍຄືດ້ານວັດທະນະທໍາ-ສັງຄົມ. ຕົວຢ່າງຄືໃນເດືອນກຸມພາ 2025 ຜ່ານມາ ສປປ ລາວເຮົາ ເກີນດູນການຄ້າເຖິງ 310 ລ້ານໂດລາສະຫະລັດ. ຕໍ່ສະພາບການອ່ອນຄ່າຂອງເງິນກີບລາວ ເຖິງວ່າຍັງຢູ່ໃນອັດຕາແລກປ່ຽນສູງຢູ່ ແຕ່ກໍເຫັນວ່າມັນໄດ້ຢຸດສະຫງັກຄົງທີ່ ບໍ່ໄດ້ຜັນຜວນແລ່ນຂຶ້ນໃນແຕ່ລະມື້ເໝືອນດັ່ງໃນປີ 2023 ຜ່ານມາ. ດ້ານການຮ່ວມມືທາງທຸລະກິດ ໜຶ່ງໃນປັດໄຈທີ່ໂດດເດັ່ນກໍແມ່ນການຮ່ວມມືຂົນສົ່ງທາງລົດໄຟລາວ-ຈີນ ຈົນກາຍເປັນມິຕິໃໝ່ເຮັດໃຫ້ ສປປ ລາວ ກາຍເປັນປາກປະຕູຈາກອາຊຽນໄປຫາຈີນເຊື່ອມຕໍ່ໃສ່ຣັດເຊຍກ້າວສູ່ສະຫະພາບເອີຣົບຢ່າງລົງຕົວ.

- Visit Laos Visit SALANA BOUTIQUE HOTEL - ກ້າວເຂົ້າປີ 2025 ເລີ່ມເຫັນແສງສະຫວ່າງທີ່ປາຍອຸໂມງ
- Visit Laos Visit SALANA BOUTIQUE HOTEL - ກ້າວເຂົ້າປີ 2025 ເລີ່ມເຫັນແສງສະຫວ່າງທີ່ປາຍອຸໂມງ

ມາຮອດເດືອນກຸມພາ 2025 ໄດ້ຂົນສົ່ງຜູ້ໂດຍສານໄປແລ້ວ 48 ລ້ານ 6 ແສນເທື່ອຄົນ, ຂົນສົ່ງສິນຄ້າໄດ້ 54 ລ້ານໂຕນ ມູນຄ່າການຄ້າລາວກັບອັງກິດກໍບັນລຸຕົວເລກເຖິງ 38 ລ້ານ 2 ແສນກວ່າໂດລາສະຫະລັດ. ສະເພາະໃນປີ 2024 ຜ່ານມາ ລວມຍອດຜະລິດຕະພັນຂອງລາວເຮົາກໍຢູ່ໃນລະດັບ 4,3% ເຊິ່ງຢູ່ໃນອັນດັບທີ 6 ຂອງອາຊຽນ. ຄາດວ່າໃນປີ 2025 ຈະເພີ່ມສູງຂຶ້ນກວ່າປີ 2024 ຢ່າງແນ່ນອນ.

ນອກຈາກທີ່ກ່າວມານີ້ແລ້ວ ຍັງມີຫລາຍຂະແໜງການເສດຖະກິດ ແລະ ກົມກອງທ້ອງຖິ່ນບັນລຸເປົ້າໝາຍ ແລະ ຄາດໝາຍຂອງຕົນໃນໄລຍະໄຕມາດທີ 1 ຕົ້ນປີນີ້ຢ່າງຫລວງຫລາຍ. ສ່ວນທາງດ້ານວັດທະນະທໍາ-ສັງຄົມນັ້ນເຫັນວ່ານະຄອນຫລວງພະບາງໄດ້ປະກາດເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງຮອບດ້ານນັບແຕ່ວັນທີ 3 ມີນາ 2025 ຜ່ານມາ ແລະ ໄປຄຽງຄູ່ກັນນັ້ນ ຍັງໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວແບບຍືນຍົງຂອງໂລກທີ່ດີເດັ່ນໃນປີ 2025. ນີ້ຄືສັນຍານທີ່ດີຕໍ່ບາດກ້າວການສ້າງສາພັດທະນາ ສປປ ລາວ ໃຫ້ມີຄວາມຈະເລີນຮຸ່ງເຮືອງກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.

ຢ່າງໃດກໍດີ, ເພື່ອເຮັດໃຫ້ປີ 2025 ບັນລຸເປົ້າໝາຍກາຍເປັນປີແຫ່ງຄວາມຫວັງ, ເປັນປີເງິນປີທອງສໍາລັບ ສປປ ລາວ ພວກເຮົາຕ້ອງໄດ້ພ້ອມກັນບຸກທະລຸແບບຕີຊ້າງນໍ້ານອງໃນຫລາຍດ້ານ ເພາະວ່າປີ 2025 ເປັນປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ເພື່ອບັນລຸຄາດໝາຍຕ່າງໆໃນປີນີ້ ມັນກໍມີຫລາຍວຽກຫລາຍງານທັງບຸກ ແລະ ທັງຕ້ານເຊັ່ນ: ວຽກບຸກທະລຸນັ້ນແມ່ນສຸມໃສ່ການຜະລິດສິນຄ້າເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກໃຫ້ເກີນດູນໃນແຕ່ລະເດືອນ ແລະ ແຕ່ລະປີ ນັບແຕ່ປີ 2025 ໃຫ້ນັບມື້ນັບຫລາຍ, ຫັນຈາກປະເທດທີ່ເຄີຍຊົມໃຊ້ແຕ່ຂອງໝູ່ກາຍມາເປັນໃຫ້ໝູ່ຫັນມາຊົມໃຊ້ຂອງເຮົາໃຫ້ນັບມື້ນັບຫລາຍ. ຈາກນັ້ນເງິນກີບລາວກໍຈະແຂງຄ່າຂຶ້ນເປັນລໍາດັບ.

ສ່ວນວຽກງານທີ່ໃຫ້ພ້ອມກັນຕ້ານ ແລະ ສະກັດກັ້ນຢ່າງຂັ້ນສຸດຂີດນັ້ນກໍໄດ້ແກ່ຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ, ຕ້ານຄວາມໂລບມາກໂລພາ, ມົວເມົານໍາແຕ່ຜົນປະໂຫຍດສ່ວນຕົວໂດຍບໍ່ຄໍານຶງເຖິງຜົນປະໂຫຍດຂອງຊາດ, ສ້າງຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າເຕົ້າໂຮມກັນຢູ່ສາມຮົ່ມໂພສີຄືຮົ່ມໂພສີ ອັນທີໜຶ່ງແມ່ນພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ, ຮົ່ມໂພສີອັນທີສອງແມ່ນໃຫ້ພ້ອມກັນປະຕິບັດຕາມແນວທາງນະໂຍບາຍຂອງລັດຖະບານວາງອອກ. ສ່ວນຮົ່ມໂພສີອັນທີສາມກໍແມ່ນປະຊາຊົນຕ້ອງເປັນເຈົ້າຂອງປະເທດຊາດເພື່ອຮ່ວມກັນສ້າງສາພັດທະນາໃຫ້ປະເທດລາວຈະເລີນຮັ່ງມີດີຂຶ້ນເລື້ອຍໆ. ຖ້າເຮັດໄດ້ຄືວ່ານີ້ ສປປ ລາວ ຕ້ອງຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາຢ່າງແນ່ນອນ.

- 4 - ກ້າວເຂົ້າປີ 2025 ເລີ່ມເຫັນແສງສະຫວ່າງທີ່ປາຍອຸໂມງ
- 5 - ກ້າວເຂົ້າປີ 2025 ເລີ່ມເຫັນແສງສະຫວ່າງທີ່ປາຍອຸໂມງ
- 3 - ກ້າວເຂົ້າປີ 2025 ເລີ່ມເຫັນແສງສະຫວ່າງທີ່ປາຍອຸໂມງ