ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ

ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ - 108115590 17418832342025 03 13t162502z 2100844141 rc2fcdae8v1p rtrmadp 0 russia belarus scaled - ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ
ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ - kitchen vibe - ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ

        ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ຖະແຫລງຂ່າວຢູ່ນະຄອນຫລວງມົດສະກູໃນວັນທີ 13 ມີນາ ໂດຍສະແດງທ່າທີຕໍ່ຂໍ້ສະເໜີຢຸດຍິງ 30 ວັນ ທີ່ອູແກຣນຕອບຮັບເມື່ອຕົ້ນອາທິດຜ່ານມາ ພາຍຫລັງການເຈລະຈາກັບອາເມລິກາ.

       ໂດຍທ່ານ ປູຕິນ ກ່າວວ່າ: ທ່ານສະໜັບສະໜູນແນວຄິດນີ້, ແຕ່ຍັງມີຄໍາຖາມທີ່ຈໍາເປັນຕ້ອງຫາລື.

ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ - Visit Laos Visit SALANA BOUTIQUE HOTEL - ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ
ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ - Visit Laos Visit SALANA BOUTIQUE HOTEL - ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ

       “ການຢຸດຍິງຄວນນໍາໄປສູ່ ສັນຕິພາບທີ່ຍືນຍົງ ແລະ ແກ້ໄຂສາເຫດຕົ້ນຕໍຂອງວິກິດນີ້, ພວກເຮົາຈໍາເປັນຕ້ອງເຈລະຈາກັບເພື່ອນຮ່ວມງານ ແລະ ຫຸ້ນສ່ວນຊາວອາເມລິກາ, ບາງເທື່ອຂ້າພະເຈົ້າຈະໂທຫາທ່ານ ໂດນັລ ທຣໍາ” ທ່ານກ່າວ.

       ຂະນະທີ່ທ່ານ ປູຕິນ ເບິ່ງວ່າການບັນລຸຂໍ້ຕົກລົງຢຸດຍິງ 30 ວັນຈະເປັນເລື່ອງດີສໍາລັບຝ່າຍອູແກຣນ ແລະ ຣັດເຊຍສະໜັບສະໜູນຂໍ້ຕົກລົງນີ້, ແຕ່ຍັງມີລາຍລະອຽດຈໍານວນຫລາຍທີ່ຕ້ອງເຈລະຈາ, ພ້ອມຕັ້ງຄໍາຖາມຫລາຍຢ່າງເຊັ່ນ:

      “30 ວັນດັ່ງກ່າວຈະຖືກໃຊ້ໄປແນວໃດ, ອູແກຣນຈະລະດົມພົນ, ເພີ່ມກໍາລັງ, ຝຶກແອບ ຫລື ອາດຈະບໍ່ ຄໍາຖາມຄື ຈະຄວບຄຸມເລື່ອງນີ້ໄດ້ແນວໃດ”.

      “ໃຜຈະເປັນຜູ້ອອກຄໍາສັ່ງໃຫ້ຢຸດການສູ້ຮົບ ຕ້ອງແລກມາດ້ວຍຫຍັງ ໃຜຈະເປັນຜູ້ຕັດສິນວ່າ ໃຜທີ່ເປັນຝ່າຍທໍາລາຍການຢຸດຍິງທີ່ອາດເກີດຂຶ້ນໃນເຂດຊາຍແດນໄລຍະທາງກວ່າ 2,000 ກິໂລແມັດ. ຄໍາຖາມເຫລົ່ານີ້ຕ້ອງອາໄສການເຮັດວຽກຢ່າງລະອຽດອ່ອນຈາກສອງຝ່າຍ” ທ່ານ ປູຕິນ ກ່າວ.

      ສ່ວນປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນ ຖະແຫລງຜ່ານວິດີໂອວ່າ: ທ່ານ ປູຕິນ ບໍ່ໄດ້ປະຕິເສດໂດຍກົງ, ແຕ່ໃນທາງປະຕິບັດ ທ່ານກໍາລັງກຽມຈະປະຕິເສດ.

ອ້າງອີງ:

ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ - 5 - ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ
ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ - 3 - ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ
ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ - 4 - ທ່ານ ປູຕິນ ເຫັນພ້ອມຕໍ່ແຜນຢຸດຍິງ 30 ວັນຢູ່ອູແກຣນ ຊີ້ຄວນນໍາໄປສູ່ສັນຕິພາບທີ່ຍືນຍົງ