ຮອງນາຍົກລັດຖະມົນຕີ ຕິດຕາມກວດກາການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ

- 484150628 1124023009752004 979630346383343615 n - ຮອງນາຍົກລັດຖະມົນຕີ ຕິດຕາມກວດກາການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ
- kitchen vibe - ຮອງນາຍົກລັດຖະມົນຕີ ຕິດຕາມກວດກາການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ

ວັນທີ 13 ມີນາ 2025, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງ ເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການປະຕິບັດໂຄງການລົງທຶນຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ, ມີທ່ານ ພຸດພັນ ແກ້ວວົງໄຊ, ຮອງເຈົ້າແຂວງໆຫົວພັນ ພ້ອມດ້ວຍຜູ້ຕາງໜ້າພະແນກການຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວເຮັດວຽກຮ່ວມ.

ຈຸດປະສົງ ເພື່ອຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດໂຄງການລົງທຶນດ້ານບໍ່ແຮ່ ຢູ່ແຂວງຫົວພັນ ໃຫ້ໄປຕາມນະໂຍບາຍ ກໍ່ຄືກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງຖືກຕ້ອງ ແລະ ເຂັ້ມງວດ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ບັນດາຫາງສຽງຕ່າງໆ, ທັງຮັບປະກັນຄວາມໂປ່ງໃສ, ແນໃສ່ເຮັດໃຫ້ການລົງທຶນ ມີປະສິດທິພາບ ແລະ ປະສິດທິຜົນ, ນຳເອົາປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ.

- Visit Laos Visit SALANA BOUTIQUE HOTEL - ຮອງນາຍົກລັດຖະມົນຕີ ຕິດຕາມກວດກາການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ
- Visit Laos Visit SALANA BOUTIQUE HOTEL - ຮອງນາຍົກລັດຖະມົນຕີ ຕິດຕາມກວດກາການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ

ຄະນະຂອງທ່ານ ຮອງນາຍົກລັດຖະມົນຕີ ໄດ້ໄປຕິດຕາມກວດກາເບິ່ງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ ຈຳກັດ ຢູ່ເມືອງຫົວເມືອງ ທີ່ໄດ້ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກກັບລັດຖະບານ ໃນເດືອນມັງກອນ 2022 ໃນເນື້ອທີ່ 5 ກິໂລຕາແມັດ. ຜ່ານການຂຸດຄົ້ນ ແລະ ປຸງແຕ່ງ ແຕ່ປີ 2023 ຮອດປະຈຸບັນ ສາມາດສົ່ງອອກແຮ່ຫາຍາກໄດ້ 10,300 ກວ່າໂຕນ, ລວມມູນຄ່າ ປະມານ 58 ລ້ານໂດລາ ໂດຍໄດ້ປະຕິບັດພັນທະໃຫ້ລັດແລ້ວ 13 ລ້ານກວ່າໂດລາ ແລະ 63 ຕື້ກວ່າກີບ.
ສ່ວນໂຄງການສໍາຫລວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫລັກ, ແຮ່ທອງ, ແຮ່ຄຳ ແລະ ແຮ່ຫາຍາກ ຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ຢູ່ເມືອງຮ້ຽມທີ່ໄດ້ເຊັນສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ກັບລັດຖະບານ ໃນເດືອນຕຸລາ 2021 ໃນເນື້ອທີ່ 12.56 ກິໂລຕາແມັດ ດ້ວຍອາຍຸສັນຍາ 14 ປີ ໂດຍໄດ້ມອບພັນທະໃຫ້ລັດລ່ວງໜ້າ 2 ລ້ານໂດລາ ແລະ ຊ່ວຍເຫຼືອລ້າ ສ້ອມແປງເສັ້ນທາງປູຫີນ 2 ຊັ້ນ ແຕ່ເຂດບ້ານຖໍ້າລາ ຫາເທດສະບານເມືອງຮ້ຽມ ມີຄວາມຍາວ 30 ກວ່າກິໂລແມັດ ລວມມູນຄ່າ 16 ຕື້ກວ່າກີບ ນອກນັ້ນຍັງໄດ້ຊ່ວຍເຫຼືອ ແຂວງຫົວພັນ ນອກພັນທະສັນຍາ ໃນປີ 2023 ແລະ 2024 ລວມມູນຄ່າທັງໝົດ 43 ຕື້ກວ່າກີບ.

ການໄປຕິດຕາມກວດກາແຕ່ລະໂຄງການ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມ ແລະ ເນັ້ນໜັກ ໃຫ້ບໍລິສັດຜູ້ລົງທຶນ ເອົາໃຈໃສ່ດຳເນີນກິດຈະການ ຖືກຕ້ອງສອດຄ່ອງຕາມພັນທະສັນຍາ ກໍ່ຄືແຜນ ການ ແລະ ມາດຕະຖານເຕັກນິກ ໃນການຂຸດຄົ້ນ ແລະ ປຸງແຕ່ງ ຢ່າງເຄັ່ງຄັດ, ບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ; ປະກອບເອກະສານຕ່າງໆ ໃຫ້ຄົບຖ້ວນຕາມກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້; ສືບຕໍ່ໃຫ້ການຊ່ວຍເຫຼືອພັດທະນາທ້ອງຖິ່ນ ແລະ ສັງຄົມໃຫ້ຫຼາຍຂຶ້ນ. ນອກນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບນະໂຍບາຍສົ່ງເສີມການລົງທຶນດ້ານບໍ່ແຮ່ຂອງລັດຖະ ບານ ໂດຍສະເພາະ ການເລືອກເຟັ້ນໂຄງການລົງທຶນທີ່ມີປະສິດທິຜົນ, ໂຄງການທີ່ມີຄວາມຈິງໃຈ ເຮັດແທ້ທຳຈິງ, ການໃຫ້ບູລິມະສິດ ໂຄງການລົງທຶນ ແລະ ປະກອບສ່ວນພັດທະນາເຂດຊົນນະບົດຫ່າງໄກສອກຫຼີກ ໂດຍສະເພາະ ເຂດພື້ນຖານຂອງການປະຕິວັດລາວ ໃຫ້ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ທຽບທັນກັບທ້ອງຖິ່ນອື່ນ. ພ້ອມນີ້ ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປກວດ ກາເບິ່ງບໍ່ຖ່ານຫີນ ຢູ່ບ້ານເມືອງຮາມ, ເມືອງຊຳເໜືອ; ໄປຢ້ຽມຢາມອະນຸສອນສະຖານ ແລະ ຖໍ້າກອງຮ້ອຍລາດຊະວົງ ຢູ່ເມືອງຊຽງຄໍ້ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

- 5 - ຮອງນາຍົກລັດຖະມົນຕີ ຕິດຕາມກວດກາການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ
- 4 - ຮອງນາຍົກລັດຖະມົນຕີ ຕິດຕາມກວດກາການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ
- 3 - ຮອງນາຍົກລັດຖະມົນຕີ ຕິດຕາມກວດກາການປະຕິບັດໂຄງການຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ