ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit

- pp946541 728x382 1 - ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit
- kitchen vibe - ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit

ສຳນັກຂ່າວ ມະຕິຊົນ ອອນລາຍ ຂອງໄທ ລາຍງານໃນວັນທີ 12 ມີນາ 2025 ນີ້ຜ່ານມານີ້ວ່າ: ທ່ານ ຄາລົມ ພົນພອນກາງ ຮອງໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງປະເທດໄທ ລາຍງານກ່ຽວ ລັດຖະບານສະໜັບສະໜູນຄວາມສຳພັນດ້ານແຮງງານລະຫວ່າງໄທ ກັບປະເທດໃກ້ຄຽງ ເພື່ອຊ່ວຍຫລຸດຄ່າໃຊ້ຈ່າຍໃຫ້ແຮງງານຕ່າງຊາດ ທີ່ຈະກັບບ້ານໄລຍະບຸນປີໃໝ່ໃນປີນີ້ ໂດຍໄດ້ຜ່ອນຜັນໃຫ້ແຮງງານ 3 ສັນຊາດ: ກຳປູເຈຍ, ລາວ ແລະ ມຽນມາ ທີ່ມີໃບອານຸຍາດເຮັດວຽກຖືກຕ້ອງອອກ ແລະ ກັບເຂົ້າໄທໄດ້ໂດຍບໍ່ຕ້ອງຍື່ນຂໍ Re-Entry Permit ສາມາດເດີນທາງກັບປະເທດ ແລະ ບໍ່ຕ້ອງເສຍຄ່ທຳນຽມຂໍອະນຸຍາດ ກັບເຂົ້າໄທ (Re-Entry Permit)

ໄລຍະຜ່ອນຜັນ ແຕ່ວັນທີ 1 ເມສາ -5 ພຶດສະພາ 2025 ຫາກກາຍວັນທີ 15 ພຶດສະພາ 2025 ຈະບໍ່ໄດ້ຮັບສິດຜ່ອນຜັນ ແລະ ຕ້ອງດຳເນີນການຂໍອານຸຍາດໝົດໃໝ່ຕາມປົກກະຕິ.

- Visit Laos Visit SALANA BOUTIQUE HOTEL - ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit
- Visit Laos Visit SALANA BOUTIQUE HOTEL - ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit

ສຳລັບການຂໍອະນຸຍາດເພື່ອກັບເຂົ້າຣາຊະອານາຈັກໄທ (Re-entry Permit) ມີ 2 ປະເພດຄື:1. SingleRe-entry ຄືການຂໍອະນຸຍາດທຸກຄັ້ງກ່ອນເດີນທາງອອກນອກປະເທດ ເໝາະກັບຜູ້ທີ່ບໍ່ຄ່ອຍເດີນທາງອອກນອກປະເທດ ຫລື ມີໄລຍະເວລາອະນຸຍາດໃຫ້ຢູ່ໄທ ເປັນການຊົ່ວຄາວໄລຍະສັ້ນ ມີຄ່າທຳນຽມ 1,000 ບາດ ຫລື ປະມານ 640,000 ກີບ ຕໍ່ຄັ້ງ ໃຊ້ໄດ້ຄັ້ງດຽວ ສຳລັບການເດີນທາງກັບເຂົ້າມາ.

ສ່ວນ Multiple Re-entry ຄືການຂໍອະນຸຍາດຄັ້ງດຽວ ແຕ່ສາມາດເດີນທາງອອກນອກປະເທດໄດ້ຫລາຍຄັ້ງ ໃນຊ່ວງໄລຍະເວລາເທົ່າກັບໄລຍະເວລາອະນະຍາດໃຫ້ຢູ່ໃນຣາຊະອານາຈັກ ເປັນການຊົ່ວຄາວທີ່ມີຢູ່ ເໝາະກັບຜູ້ທີ່ຕ້ອງເດີນທາງອອກນອກປະເທດຕະຫລອດ ຫລື ມີໄລຍະເວລາອະນຸຍາດໃຫ້ຢູ່ໃນໄທ ເປັນການຊົ່ວຄາວໄລຍະຍາວ ຫລື ໄດ້ຮັບອະນຸຍາດໃຫ້ຢູ່ໃນປະເທດໄທແບບ 1 ປີ ຄ່າທຳນຽມ 3,800 ບາດ ຫລື ປະມານເກືອບ 2,500,000 ກີບຕໍ່ຄັ້ງ.

ທີ່ມາ: matichon.co.th

- 5 - ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit
- 4 - ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit
- 3 - ອະນຸຍາດໃຫ້ແຮງງານລາວທີ່ຂຶ້ນທະບຽນຖືກຕ້ອງ ກັບບ້ານໄລຍະປີໃໝ່ ໂດຍຍົກເວັ້ນຄ່າທຳນຽມໃຫ້ ແລະ ບໍ່ຕ້ອງ ຍື່ນຂໍ Re-Entry Permit