ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ

ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ - 7d5c0b5d be97 4282 9cc9 a9658bca5f74 - ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ
ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ - kitchen vibe - ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ

ຕົ້ນເດືອນກຸມພາ 2025 ຜ່ານມານີ້ ມີກະແສຮືຮາໃນສັງຄົມອອນລາຍ ກໍລະນີມີການເຜີຍແຜ່ພາບອາຄານ ສະຖານບັນເທີງແຫ່ງໜຶ່ງ ໃນເມືອງວັງວຽງແຂວງວຽງຈັນທີ່ມີຮູບຊົງຄ້າຍຄືສິມ ຫລື ສາລາວັດໃນທາງພຸດທະສາສາໜາ ເຊິ່ງຫລາຍຄົນໄດ້ຮຽກຮ້ອງໃຫ້ມີການກວດກາຄືນ ວ່າຖືກຕ້ອງ ແລະ ເໝາະສົມຫລືບໍ່?

ວັນທີ 17 ມີນາ 2025 ນີ້ ທີມຂ່າວໜັງສືພິມລາວພັດທະນາ ໄດ້ຕິດຕໍ່ສອບຖາມພາກສ່ວນກ່ຽວຂ້ອງ ແຂວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງມີກະແສຮືຮາ ແລະ ວິພາກວິຈານ ວັນທີ 17 ກຸມພາ 2025 ພາກສ່ວນກ່ຽວຂ້ອງເມືອງ ເປັນຕົ້ນແມ່ນ ຖວທ ເມືອງ ແລະ ປກສ ເມືອງໄດ້ຕິດຕາມກວດກາ ພົບວ່າ ສະຖານທີ່ດັ່ງກ່າວ ຕິດຊື່ປ້າຍຮ້ານວ່າ “TOP ONE BAR” ຕັ້ງຢູ່ບ້ານເມືອງຊອງ ເມືອງວັງວຽງ ຜູ້ປະກອບການອາຍຸ 20 ປີ ສັນຊາດລາວ ເປັນເຈົ້າຂອງວິສາຫະກິດ “ຮ້ານອາຫານ ເກິນເວິນ ທັອບວັນພັບ ແລະ ບັນເທີງ” ດ້ານໃນເປັນຫ້ອງໂຖງໃຫຍ່, ມີໂຕະ 70 ຊຸດ ຢູ່ໃນໄລຍະປັບປຸງ ແລະ ຢູ່ໃນໄລຍະການທົດລອງເປີດ ໂດຍມີເອກະສານຕ່າງໆເຊັ່ນ ໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນທຸລະກິດ, ໃບຢັ້ງຢືນສິ່ງແວດລ້ມ ແລະ ໃບອະນຸຍາດປຸກສ້າງ-ຕໍ່ເຕີມ ເຊິ່ງເດີມເປັນອາຄານຮ້ານອາຫານວັງລາວ.

ພາຍຫລັງຕິດຕາມກວດກາ ຄະນະກວດກາໄດ້ມີຄຳເຫັນໃຫ້ ຮ້ານ ປະຕິບັດຄື: ໃຫ້ປັບປຸງປ້າຍຄືນ ເພາະວ່າບໍ່ຖືກລະບຽບວ່າດ້ວຍປ້າຍ ເນື່ອງຈາກມີແຕ່ພາສາອັງກິດ ແລະ ບໍ່ກົງກັບໃບວິສາຫະກິດ (ກຳນົດ 15 ວັນ), ໃຫ້ຜູ້ປະກອບການໄປເຮັດໃບອະນຸຍາດພັກເຊົາໃຫ້ພະນັກງງານ ໃຫ້ຖືກຕ້ອງຕາມລະບຍບການ ແລະ ໃຫ້ຜູ້ປະກອບການເອົາໃຈໃສ່ເປີດຕາມໂມງເວລາ ບໍ່ກາຍ 00:00 ໂມງ.

ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ - 5 - ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ
ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ - 4 - ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ
ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ - 3 - ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ
ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ - Visit Laos Visit SALANA BOUTIQUE HOTEL - ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ
ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ - Visit Laos Visit SALANA BOUTIQUE HOTEL - ຖວທ ແຂວງວຽງຈັນ ຊີ້ແຈງ ກໍລະນີມີກະແສ ອາຄານສະຖານບັນເທີງຮູບຊົງວັດ