ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025 - 486485867 1133094628844842 4484137516863239458 n - ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025
ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025 - kitchen vibe - ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025

ກອງປະຊຸມສະໄໝສາມັນຂອງ ລັດຖະບານປະຈຳເດືອນມີນາ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 24 ມີນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນເມສາ 2025.

ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ເປັນຕົ້ນ ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ວຽກງານພົ້ນເດັ່ນ ປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2025 ຂອງລັດຖະບານ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ເງິນຕາ, ອັດຕາແລກປ່ຽນ, ລາຄາສິນຄ້າ,ການແກ້ໄຂບັນຫາໜີ້ສິນ ແລະ ການຜະລິດສິນຄ້າ.

ຕີລາຄາການຈັດຕັ້ງປະຕິບັດ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 153/ສພຊ, ລົງວັນທີ 12 ທັນວາ2024 ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ແລະ ທິດທາງແຜນການລົງທຶນຂອງລັດ ປີ 2025 ແລະ ມະຕິສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ປະຈຳໄຕມາດ 1 ປີ 2025 ແລະ ຕີລາຄາປະຈໍາໄຕມາດ 1 ປີ 2025 ກ່ຽວກັບບັນຫາທີ່ຕິດພັນຂົງເຂດວຽກງານປ້ອງກັນຄວາມສະຫງົບ.

  • ຮ່າງຍຸດທະສາດພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ 2026-2040
  • ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2040
  • ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ)
  • ຮ່າງກົດໝາຍ ວ່າດ້ວຍປ້າຍ; ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ
  • ຮ່າງກົດໝາຍ ວ່າດ້ວຍຊົນລະປະທານ (ສະບັບປັບ ປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍ ສາມັນສຶກສາ.

ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ ແລະ ຄາດເດົາໄດ້ຍາກ ໂດຍສະ ເພາະບັນຫາຂໍ້ຂັດແຍ້ງຕ່າງໆ ຍັງສືບຕໍ່ເຄັ່ງຕຶງ, ບັນຫາໄພທຳມະຊາດ, ພະຍາດລະບາດ ແລະ ອື່ນໆ ຍັງສົ່ງຜົນກະທົບຕໍ່ສະພາບເສດຖະກິດໂລກ, ທັງເປັນໄພຄຸກຄາມ ແລະ ສ້າງຜົນເສຍຫາຍ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ຫລາຍປະເທດ ໂດຍສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ບັນດາຂະແໜງການກ່ຽວຂ້ອງ ກໍຄື ໃນທົ່ວສັງຄົມ ຈະຕ້ອງໄດ້ພ້ອມກັນສືບຕໍ່ສຸມໃສ່ແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດຖະກອນ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025 - 3 - ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025
ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025 - 5 - ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025
ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025 - 4 - ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025