ສາລະວັນ ເລັ່ງຊ່ວຍເຫລືອຄອບຄົວທີ່ໄດ້ຮັບຜົນກະທົບຈາກລົມພາຍຸ

ຂ່າວແຂວງສາລະວັນ ລາຍງານວ່າ: ວັນທີ 18 ເມສາ 2025 ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ເຄື່ອນໄຫວມອບເຄື່ອງຊ່ວຍເຫລືອບັນເທົາທຸກ ແລະ ໃຫ້ກໍາລັງໃຈຕໍ່ກັບຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້, ເຊິ່ງເຄື່ອງຊ່ວຍເຫລືອປະກອບມີ ສັງກະສີ 430 ແຜ່ນ, ຕະປູ 40 ກິໂລກຣາມ ແລະ ເງິນສົດ 8 ລ້ານກວ່າກີບ ລວມມູນຄ່າທັງໝົດ 40 ລ້ານກວ່າກີບ.
ການປະກອບສ່ວນຂອງອົງການຈັດຕັ້ງຂອງພັກ-ລັດ ແລະ ພາກສ່ວນທຸລະກິດຈໍານວນໜຶ່ງ ເພື່ອໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບໃນ 3 ບ້ານ ຄື: ບ້ານນາແລນ, ບ້ານນາທຶນເໜືອ ແລະ ບ້ານນາທຶນໃຕ້ ພ້ອມທັງສ້ອມແປງໂຮງຮຽນມູນລະປະຖົມ ບ້ານນາແລນ.
ເຫດການລົມພາຍຸພັດບ້ານເຮືອນປະຊາຊົນ ຢູ່ເມືອງລະຄອນເພັງ ເກີດຂຶ້ນໃນຄໍ່າຄືນຂອງວັນທີ 9 ເມສາ 2025 ໄດ້ຮັບຜົນກະທົບທັງໝົດ 8 ບ້ານ, 100 ກວ່າຄອບຄົວ ລວມມູນຄ່າເສຍຫາຍເກືອບ 1 ຕື້ກີບ ໂດຍມີບ້ານນາແລນ, ນາທຶນເໜືອ, ນາທຶນໃຕ້, ເລີງນົກທາ, ນາກະລາ, ດອນເຮືອ, ພູຖ້ຳພວງ ແລະ ບ້ານໂນນແສນພັນ ໃນນີ້, ເສຍຫາຍໜັກມີບ້ານເລີງນົກທາ, ນາແລນ, ນາທຶນເໜືອ, ບ້ານທຶນໃຕ້ ແມ່ນເຮືອນຊານເປ່ເພ, ສັງກະສີເລີກອອກ ແລະ ບາງຫລັງຄາເຮືອນເສຍຫາຍໝົດຫລັງ.