ແຂວງຫລວງພະບາງ ປຶກສາຫາລືບັນຫາ ແກ້ໄຂບັນຫາຂາດແຄນຄູສອນ  

- 492009711 1159197286234576 6166454486611826720 n - ແຂວງຫລວງພະບາງ ປຶກສາຫາລືບັນຫາ ແກ້ໄຂບັນຫາຂາດແຄນຄູສອນ  
- kitchen vibe - ແຂວງຫລວງພະບາງ ປຶກສາຫາລືບັນຫາ ແກ້ໄຂບັນຫາຂາດແຄນຄູສອນ  

ວັນທີ 21 ເມສາ 2025 ກອງບັນຊາການທະຫານ ແຂວງຫລວງພະບາງ ຈັດກອງປະຊຸມປຶກສາຫາລືວຽກງານ ເພື່ອແກ້ໄຂບັນຫາການຂາດແຄນຄູສອນ ຢູ່ພາຍໃນແຂວງຫລວງພະບາງ  ໂດຍການເປັນທານຂອງ ທ່ານ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຈາກ ກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ວິທະຍາໄລຄູຫລວງພະບາງ, ພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ແລະ ກອງບັນຊາການທະຫານແຂວງ, ເມືອງເຂົ້າຮ່ວມ.

ຫລາຍພາກສ່ວນໄດ້ລາຍງານສະພາບຄວາມຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນ, ພ້ອມທັງຄົ້ນຄວ້າປຶກສາຫາລື ກ່ຽວກັບວິທີການແກ້ໄຂ ແລະເກັບກຳຂໍ້ມູນຄູສອນ, ຄູອາສາ ຊັ້ນປະຖົມສຶກສາຢູ່ເຂດຫາງໄກສອກຫລີກ. ພ້ອມນີ້, ຍັງໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບການຈັດຕັ້ງ, ການຝຶກອົບຮົມວິຊາຄູ ຊັ້ນປະຖົມສຶກສາ ໃຫ້ແກ່ນາຍ ແລະພົນທະຫານ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫລີກ, ຄົ້ນຄວ້າເກັບກຳສະຖິຕິຄູອາສາສະໝັກ ທີ່ບໍ່ທັນໄດ້ເຂົ້າເປັນລັດຖະກອນ, ຫາລືສະຖານທີ່ການເປີດຊຸດອົບຮົມວິຊາຄູ ແລະ ການຂຶ້ນແຜນງົບປະມານຮັບໃຊ້ວຽກງານ ຕື່ມອີກ.

- Visit Laos Visit SALANA BOUTIQUE HOTEL - ແຂວງຫລວງພະບາງ ປຶກສາຫາລືບັນຫາ ແກ້ໄຂບັນຫາຂາດແຄນຄູສອນ  

ທ່ານ ພັນເອກ ວັນໄຊ ຄຳພາວົງ ໄດ້ເນັ້ນໃຫ້ຄະນະບັນຊາແຕ່ລະກົມກອງ ຍົກສູງວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດ, ເຊື່ອມຊຶມມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຖິງຖອງ ສືບຕໍ່ຮີບຮ້ອນເກັບກຳຂໍ້ມູນ, ສະຖິຕິທີ່ກ່ຽວພັນ ແລ້ວສັງລວມລາຍງານ ແລະ ສະໜອງຂໍ້ມູນຕໍ່ຂັ້ນເທິງ ເພື່ອພ້ອມກັນຄົ້ນຄວ້າແກ້ໄຂໃຫ້ສ່ອດຄ່ອງ ແລະ ໄດ້ຮັບຜົນດີ.

- 4 - ແຂວງຫລວງພະບາງ ປຶກສາຫາລືບັນຫາ ແກ້ໄຂບັນຫາຂາດແຄນຄູສອນ  
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!