ທ່ານ ທຣໍາ ເລີ່ມນັບຖອຍຫລັງຂຶ້ນພາສີຮອບໃໝ່ທົ່ວໂລກ ຂູ່ເກັບພາສີສູງສຸດ 50% ຖ້າເຈລະຈາບໍ່ຄືບໜ້າ

- 222 10 - ທ່ານ ທຣໍາ ເລີ່ມນັບຖອຍຫລັງຂຶ້ນພາສີຮອບໃໝ່ທົ່ວໂລກ ຂູ່ເກັບພາສີສູງສຸດ 50% ຖ້າເຈລະຈາບໍ່ຄືບໜ້າ
- kitchen vibe - ທ່ານ ທຣໍາ ເລີ່ມນັບຖອຍຫລັງຂຶ້ນພາສີຮອບໃໝ່ທົ່ວໂລກ ຂູ່ເກັບພາສີສູງສຸດ 50% ຖ້າເຈລະຈາບໍ່ຄືບໜ້າ

        ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດໃນວັນທີ 17 ເມສາວ່າ: ທ່ານອາດກັບມາໃຊ້ມາດຕະການຂຶ້ນພາສີນໍາເຂົ້າສິນຄ້າຈາກບາງປະເທດພາຍໃນເວລາພຽງ 2-3 ອາທິດ ຖ້າຍັງບໍ່ສາມາດເຈລະຈາຂໍ້ຕົກລົງທາງການຄ້າສະບັບໃໝ່ໄດ້. ຖືເປັນສັນຍານບົ່ງຊີ້ວ່າ: ຄວາມເຄັ່ງຕຶງທາງການຄ້າອາດເລີ່ມຂຶ້ນອີກໃນທົ່ວໂລກ.

        ທ່ານ ທຣໍາ ກ່າວໃນການຖະແຫລງຂ່າວຈາກຫ້ອງຮູບໄຂ່ວ່າ: “ສຸດທ້າຍ ຂ້າພະເຈົ້າຄິດວ່າເຮົາຈະໄດ້ຂໍ້ຕົກລົງທີ່ດີຫລາຍ, ແຕ່ຖ້າບໍ່ໄດ້ກັບບາງບໍລິສັດ ຫລື ບາງປະເທດ ເຮົາຈະຕັ້ງພາສີຂຶ້ນ ອາດຈະອີກ 2-3 ອາທິດ ເຮົາຈະເລີ່ມກໍານົດຕົວເລກ”.

- Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ເລີ່ມນັບຖອຍຫລັງຂຶ້ນພາສີຮອບໃໝ່ທົ່ວໂລກ ຂູ່ເກັບພາສີສູງສຸດ 50% ຖ້າເຈລະຈາບໍ່ຄືບໜ້າ
- Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ເລີ່ມນັບຖອຍຫລັງຂຶ້ນພາສີຮອບໃໝ່ທົ່ວໂລກ ຂູ່ເກັບພາສີສູງສຸດ 50% ຖ້າເຈລະຈາບໍ່ຄືບໜ້າ

        ໃນວັນທີ 9 ເມສາ, ທ່ານ ທຣໍາ ຫາກໍປະກາດ “ຢຸດ” ມາດຕະການພາສີນໍາເຂົ້າແບບຕອບໂຕ້ (reciprocal tariffs) ທີ່ມີກໍານົດເກັບໃນອັດຕາສູງຕໍ່ສິນຄ້າຫລາຍປະເພດຈາກປະເທດຄູ່ຄ້າ ໂດຍເປີດເວລາ 90 ວັນໃຫ້ແຕ່ລະປະເທດມາເຈລະຈາຂໍ້ຕົກລົງໃໝ່ກັບລັດຖະບານອາເມລິກາ.

        ເຖິງຢ່າງໃດກໍຕາມ, ທີ່ປຶກສາໃນທໍານຽບຂາວລະບຸວ່າ: ມີປະມານ 90-100 ປະເທດທີ່ສະແດງຄວາມສົນໃຈຈະເຈລະຈາຂໍ້ຕົກລົງກັບອາເມລິກາ, ແຕ່ມາຮອດປັດຈຸບັນຍັງບໍ່ມີຂໍ້ສະຫລຸບໃດໆ ແລະ ທີມງານດ້ານການຄ້າຂອງທ່ານ ທຣໍາ ຕ້ອງເລັ່ງເຈລະຈາແຂ່ງກັບເວລາ ເພື່ອຫລີກລ່ຽງການຖືກເກັບພາສີໃໝ່ ເຊິ່ງອາດສູງເຖິງ 50% ຍົກເວັ້ນກໍລະນີຂອງຈີນທີ່ທ່ານ ທຣໍາ ຍັງຮັກສາອັດໄວ້ໃນລະດັບ 145% ເຊິ່ງສູງທີ່ສຸດ.

ອ້າງອີງ:

- 5 - ທ່ານ ທຣໍາ ເລີ່ມນັບຖອຍຫລັງຂຶ້ນພາສີຮອບໃໝ່ທົ່ວໂລກ ຂູ່ເກັບພາສີສູງສຸດ 50% ຖ້າເຈລະຈາບໍ່ຄືບໜ້າ
- 4 - ທ່ານ ທຣໍາ ເລີ່ມນັບຖອຍຫລັງຂຶ້ນພາສີຮອບໃໝ່ທົ່ວໂລກ ຂູ່ເກັບພາສີສູງສຸດ 50% ຖ້າເຈລະຈາບໍ່ຄືບໜ້າ
- 3 - ທ່ານ ທຣໍາ ເລີ່ມນັບຖອຍຫລັງຂຶ້ນພາສີຮອບໃໝ່ທົ່ວໂລກ ຂູ່ເກັບພາສີສູງສຸດ 50% ຖ້າເຈລະຈາບໍ່ຄືບໜ້າ