ອິນເດຍທົດລອງລູກສອນໄຟຈາກເຮືອຮົບ ພາຍຫລັງການພົວພັນກັບປາກິດສະຖານເຄັ່ງຕຶງຍິ່ງຂຶ້ນ

- 111 17 - ອິນເດຍທົດລອງລູກສອນໄຟຈາກເຮືອຮົບ ພາຍຫລັງການພົວພັນກັບປາກິດສະຖານເຄັ່ງຕຶງຍິ່ງຂຶ້ນ
- kitchen vibe - ອິນເດຍທົດລອງລູກສອນໄຟຈາກເຮືອຮົບ ພາຍຫລັງການພົວພັນກັບປາກິດສະຖານເຄັ່ງຕຶງຍິ່ງຂຶ້ນ

        ອິນເດຍທົດລອງຍິງລູກສອນໄຟຈາກເຮືອຮົບ ເພື່ອສະແດງປະສິດທິພາບການໂຈມຕີທາງໄກຢ່າງແນ່ນອນ ແລະ ຢືນຢັນຄວາມພ້ອມທາງການທະຫານທ່າມກາງການພົວພັນກັບປາກິດສະຖານເຄັ່ງຕຶງຂຶ້ນ ພາຍຫລັງເກີດການໂຈມຕີນັກທ່ອງທ່ຽວຢູ່ແຄຊາເມຍ ເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ ໂດຍອິນເດຍເຊື່ອວ່າປາກິດສະຖານອາດກ່ຽວຂ້ອງກັບກຸ່ມຜູ້ລົງມືກໍ່ເຫດ.

         ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ໃຫ້ຄໍາໝັ້ນວ່າ: ຈະມີການຕອບໂຕ້ທີ່ຮຸນແຮງ ແລະ ໄດ້ປະສານງານກັບບັນດາຜູ້ນໍາໂລກເພື່ອສ້າງແນວຮ່ວມສະໜັບສະໜູນຈຸດຢືນຂອງອິນເດຍ ໂດຍລະບຸວ່າ: ຄວາມໂກດແຄ້ນໃນບັນດາຊາວອິນເດຍກໍາລັງດຸເດືອດ ພ້ອມຂູ່ຈະໄລ່ລ່າຜູ້ກໍ່ການຮ້າຍຈົນເຖິງທີ່ສຸດ.

- Visit Laos Visit SALANA BOUTIQUE HOTEL - ອິນເດຍທົດລອງລູກສອນໄຟຈາກເຮືອຮົບ ພາຍຫລັງການພົວພັນກັບປາກິດສະຖານເຄັ່ງຕຶງຍິ່ງຂຶ້ນ

        ຂະນະທີ່ປາກິດສະຖານ ທ່ານ ຮານິບ ອັບບາຊີ ລັດຖະມົນຕີວ່າການກະຊວງລົດໄຟ ອອກມາເຕືອນວ່າ: ອາວຸດນິວເຄຼຍ 130 ກວ່າລູກຂອງປາກິດສະຖານ ມີໄວ້ສໍາລັບອິນເດຍເທົ່ານັ້ນ ທ່າທີແຂງກະດ້າງນີ້ສ້າງຄວາມກັງວົນວ່າ: ຄວາມຂັດແຍ່ງລະຫວ່າງສອງປະເທດທີ່ມີອາວຸດນິວເຄຼຍໃນຄອບຄອງອາດລຸກລາມໄດ້ ເຊິ່ງທັງສອງປະເທດຕ່າງມີຍຸດທະສາດການທະຫານທີ່ຕ່າງກັນ ໂດຍປາກິດສະຖານເນັ້ນໃຊ້ລູກສອນໄຟນິວເຄຼຍຂະໜາດນ້ອຍ ເພື່ອປ້ອງກັນໄພແບບກະທັນຫັນ (Full Spectrum Deterrence), ຂະນະທີ່ອິນເດຍມີຍຸດທະສາດ Cold Start ເພື່ອໂຈມຕີແບບວ່ອງໄວດ້ວຍກໍາລັງດັ້ງເດີມ ກ່ອນສະຖານະການຈະລຸກລາມສູ່ລະດັບນິວເຄຼຍ.

       ທ່ານ ໄມເຄິລ ຄູເກລແມນ ນັກວິເຄາະດ້ານນະໂຍບາຍຕ່າງປະເທດ ປະເມີນວ່າ: ອິນເດຍມີທ່າອ່ຽງຕອບໂຕ້ໃນລະດັບຈໍາກັດ ເພື່ອທໍາລາຍກຸ່ມກໍ່ການຮ້າຍ ແລະ ຟື້ນຟູການປ້ອງປາມ ຫລາຍກວ່າການເປີດເສິກສົງຄາມເຕັມຮູບແບບ. ເຖິງຢ່າງໃດກໍຕາມ, ຄວາມສ່ຽງຈາກການຄິດໄລ່ຜິດພາດຍັງມີຢູ່ສູງ ແລະ ສະຖານະການອາດລຸກລາມໄດ້ຕະຫລອດເວລາ ເພາະທັງສອງຝ່າຍຕ່າງບໍ່ຕ້ອງການສະແດງຄວາມອ່ອນແອ.

       ນອກຈາກການກຽມພ້ອມດ້ານທະຫານ, ອິນເດຍຍັງດໍາເນີນມາດຕະການທາງການທູດຮ່ວມນໍາ ໂດຍຢຸດສົນທິສັນຍາແມ່ນໍ້າສິນທຸ (Indus Waters Treaty) ຂັບໄລ່ນັກການທູດ ແລະ ຍົກເລີກວີຊາຊາວປາກິດສະຖານ. ຝ່າຍປາກິດສະຖານກໍຕອບໂຕ້ດ້ວຍການຂັບໄລ່ນັກການທູດອິນເດຍ ແລະ ປິດນ່ານຟ້າເຊັ່ນກັນ. ຂະນະທີ່ພາຍໃນແຄຊາເມຍ ອິນເດຍໄດ້ເປີດປະຕິບັດການປາບປາມຄັ້ງໃຫຍ່ ທັງການກວດຄົ້ນ, ຈັບຜູ້ສົງໄສ ແລະ ຮື້ຖອນເຮືອນທີ່ກ່ຽວຂ້ອງກັບກຸ່ມຕິດອາວຸດຜູ້ທີ່ລົງມືກໍ່ເຫດ ທ່າມກາງສຽງວິຈານຈາກກຸ່ມສິດທິມະນຸດ.

         ອີກໜຶ່ງບັນຫາທີ່ເຮັດໃຫ້ຄວາມເຄັ່ງຕຶງຍິ່ງຮຸນແຮງຄື: ກໍລະນີອິນເດຍລະບາຍນໍ້າຈາກເຂື່ອນອູຣິ (Uri Dam) ສົ່ງຜົນເຮັດໃຫ້ນໍ້າໄຫລເຂົ້າຖ້ວມປາກິດສະຖານ-ແຄຊາເມຍ ເຊິ່ງປາກິດສະຖານເຕືອນວ່າ: ການກະທໍາໃດໆທີ່ກະທົບຕໍ່ແຫລ່ງນໍ້າຖືເປັນການກະທໍາແຫ່ງສົງຄາມ. ການຜະເຊີນໜ້າບໍລິເວນເສັ້ນຄວບຄຸມ (Line of Control) ເກີດຂຶ້ນຕິດຕໍ່ກັນຫລາຍວັນ ແລະ ທັງສອງຝ່າຍຕ່າງກ່າວຫາກັນ ແລະ ກັນວ່າເປັນຝ່າຍເລີ່ມຍິງກ່ອນ.

ອ້າງອີງ:

- 4 - ອິນເດຍທົດລອງລູກສອນໄຟຈາກເຮືອຮົບ ພາຍຫລັງການພົວພັນກັບປາກິດສະຖານເຄັ່ງຕຶງຍິ່ງຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!