ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ - WhatsApp Image 2025 05 03 at 10 - ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ - kitchen vibe - ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ

ວັນທີ 2 ພຶດສະພາ 2025 ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ຂອງອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ (OECD Southeast Asia Regional Programme 2025) ທີ່ ບາງກອກ ໂດຍການເປັນເຈົ້າພາບຂອງໄທ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຈັດຫາໂອກາດ ໃນການຮັບຟັງ ກ່ຽວກັບ ຄວາມຄືບໜ້າການສະໝັກເຂົ້າເປັນສະມາຊິກຂອງອົງການ OECD ຂອງ ໄທ ແລະ ອິນໂດເນເຊຍ, ເຊິ່ງເປັນສອງປະເທດທີ່ມີເສດຖະກິດຂະໜາດໃຫຍ່ໃນພາກພື້ນອາຊຽນ, ພ້ອມທັງເປີດໂອກາດໃຫ້ແກ່ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຮູ້ ກ່ຽວກັບ ການຍາດແຍ່ງຜົນປະໂຫຍດຈາກການຮ່ວມມືກັບອົງການ OECD ກໍຄື ການພົບປະເຮັດວຽກ ກັບບັນດານັກຊ່ຽວຊານ ແລະ ຜູ້ກໍານົດນະໂຍບາຍ ແລະ ຍຸດທະສາດຂອງອົງການດັ່ງກ່າວ. ນອກຈາກນີ້, ກອງປະຊຸມ ຍັງຈະໄດ້ປຶກສາຫາລື ແລະ ແລກປ່ຽນ ກ່ຽວກັບ ບົດບາດຂອງອົງການ OECD ໃນການຊ່ວຍເຫລືອ ແລະ ສະໜັບສະໜູນບັນດາປະເທດໃນພາກພື້ນ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບຈາກຕ່າງປະເທດ. ກອງປະຊຸມຄັ້ງນີ້ ໃຫ້ກຽດກ່າວເປີດໂດຍທ່ານລັດຖະມົນຕີກະຊວງການຕ່າງປະເທດໄທ ແລະ ທ່ານ ເລຂາທິການໃຫຍ່ຂອງອົງການ OECD OECD ລວມທັງປະເທດປະທານຮ່ວມໂຄງການອາຊີຕາເວັນອອກສຽງໃຕ້(ຫວຽດນາມ ແລະ ອົດສະຕຣາລີ) ແລະ ຍີ່ປຸ່ນ, ເຊິ່ງມີຜູ້ເຂົ້າຮ່ວມຫລາຍວ່າ 250 ທ່ານ ມາຈາກສະມາຊິກຂອງອົງການ OECD ແລະ ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ຄື: ໄທ, ສປປ ລາວ, ຫວຽດນາມ, ອິນໂດເນເຊຍ, ສິງກະໂປ, ກຳປູເຈຍ, ບູໄນ ແລະ ຟີລິບປິນ.

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ - 495247483 1265236655612148 5490612060828265792 n 1 1024x683 - ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະກອບຄຳເຫັນໃນພາກ Closing Plenary: a partner for prosperity, ເຊິ່ງໄດ້ຕີລາຄາສູງ ແລະ ໃຫ້ຄວາມສຳຄັນຕໍ່ການປະກອບສ່ວນຂອງອົງການ OECD ໃນການຮ່ວມມື ແລະ ພັດທະນາພາກພື້ນອາຊຽນ ໂດຍຜ່ານຂໍ້ລິເລີ່ມແຜນຍຸດທະສາດ ສຳລັບ ພາກພື້ນອິນໂດ-ປາຊີຟິກ ເວົ້າສະເພາະກໍ່ແມ່ນໂຄງການອາຊີຕເວັນອອກສຽງໃຕ້ (Southeast Asia Regional Programme) ທີ່ໄດ້ສ້າງຕັ້ງຂຶ້ນໃນປີ2014. ພ້ອມດຽວກັນ, ຍັງໄດ້ຍົກໃຫ້ແຜນບູລິມະສິດຂອງ ລັດຖະບານ ສປປ ລາວ ກໍຄື ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຮ່ວມມືກັບພາຍນອກ, ການຄ້າ, ການລົງທຶນ ລວມທັງການພັດທະນາພື້ນຖານໂຄງລ່າງຕ່າງ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ເຂົ້າໃນຂະແໜງການທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນ: ກະສິກຳ, ພະລັງງານສະອາດ, ບໍ່ແຮ່ ແລະ ອື່ນໆ. ນອກຈາກນີ້, ທ່ານ ລັດຖະມົນຕີ ຍັງໄດ້ມີໂອກາດພົບປະສອງຝ່າຍກັບ ທ່ານ ມາຣິດ ສະຫງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງໄດ້ພົບກັບ ທ່ານ Mathias Cormann, ເລຂາທິການໃຫຍ່ຂອງອົງການ OECD ເພື່ອປຶກສາຫາລື ແລະ ແລກປ່ຽນ ກ່ຽວກັບ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ OECD ໂດຍຜ່ານໂຄງການອາຊີຕາເວັນອອກສຽງໃຕ້ ໃນຕໍ່ຫນ້າ.

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ - 495570606 1265236688945478 4882630727858285803 n 1 1024x479 - ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ

ໂຄງການອາຊີຕາເວັນອອກສຽງໃຕ້ ຂອງອົງການ OECD ສ້າງຕັ້ງຂຶ້ນໃນປີ 2014 ໂດຍແນວຄິດລີເລີ່ມຂອງທ່ານອະດີດນາຍົກລັດຖະມົນຕີຍີ່ປຸ່ນ ແລະ ອົງການ OECD ໃນການເຊື່ອມໂຍງອາຊຽນ ແລະ OECD ເຂົ້າຫາກັນ ທັງນີ້ກໍ່ເພື່ອສະໜັບສະໜູນ ບັນດາປະເທດອາຊຽນ ໃນການກຳນົດ ແລະ ປະຕິຮູບນະໂຍບາຍເສດຖະກິດຂອງບັນດາປະເທດໃຫ້ມີປະສິດທິພາບ ແລະ ນຳຜົນປະໂຫຍດມາສູ່ພາກພື້ນ.

ຂ່າວ : ກົມເສດຖະກິດ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ - 3 - ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ທີ່ບາງກອກ ປະເທດໄທ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!