ເລັ່ງຊອກຄົ້ນຫາສົບຜູ້ທີ່ເສຍຊີວິດ ແລະ ຊ່ວຍເຫລືອຄອບຄົວຖືກນໍ້າຊຸ ຈາກຄູກັ້ນນໍ້າຊົ່ວຄາວແຕກຢູ່ເມືອງງາ


ຂ່າວເມືອງງາ ລາຍງານວ່າ: ວັນທີ 30/4/2025 ຫາ 2/5/2025 ຜ່ານມານີ້ ທາງຄະນະທີມງານການນໍາຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງກວດກາສະຖານທີ່ຖືກໄພພິບັດ ນ້ຳໄຫຼຊຸຢູ່ບ້ານລາດກືມ ທ່ານ ຄຳເຜີຍ ງອນວັນຄຳ ຄະນະປະຈຳພັກແຂວງ ສະພາປະຊາຊົນແຂວງອຸດົມໄຊ ພ້ອມດ້ວຍທີມງານຂັ້ນແຂວງ ແລະ ທ່ານ ທອງຄານ ວັດສະດາກອນ ເລຂາພັກເມືອງພ້ອມດ້ວຍຄະນະ.
ສາເຫດເກີດຈາກມີການບຸກເບີກເສັ້ນທາງ ແລະ ສ້າງຂົວໃໝ່ຕັນຫ້ວຍໂດຍບໍ່ໄດ້ວາງທໍ່ລະບາຍນໍ້າ, ເຮັດໃຫ້ຄູກັນນໍ້າຮັບນໍ້າບໍ່ຢູ່ຈິ່ງແຕກມີນໍ້າໄຫຼຊຸຮຸນແຮງຂຶ້ນ, ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນທີ່ອາໄສຢູ່ດ້ານລຸ່ມ ໄດ້ຮັບ ຜົນເສຍຫາຍທາງດ້ານຊີວິດ, ຊັບສິນ, ທີ່ຢູ່ອາໄສ, ເຄື່ອງໃຊຄົວເຮືອນ, ສັດລ້ຽງ, ໂຮງຮຽນ ແລະ ອື່ນໆ.
ຕໍ່ກັບເຫດການດັ່ງກ່າວການນໍາແຂວງ, ການນໍາເມືອງໄດ້ສົມທົບບໍລິສັດ ແສງສິງຫາລົງກວດກາ, ເກັບກຳຂໍ້ມູນ ປະຊາຊົນເສຍຊີວິດ ຈຳນວນ 9 ຄົນ, ຍິງ 5 ຄົນ ແລະເຮືອນເສຍຫາຍ ຈຳນວນ 1 ຫຼັງ ແລະ ຖືກຜົນກະທົບເຮືອນ, ເຮືອນຄົວ 10 ຫຼັງຄາ ແລະ ເລົ້າເຂົ້າ 4 ຫຼັງ ຄາດຄະເນມູນຄ່າເສຍ 269,510,000 ກີບແລະ ໃຫ້ການຊ່ວຍເຫຼືອເບື້ອງຕົ້ນ ມອບເງິນສົດເປັນເງິນຈຳນວນ 108,000,000ກີບ ແລະ ເຄື່ອງໃຊ້ຄົວເຮືອນເຊັນ: ສັງກະສີ, ເຫຼັກຕະປູ, ຜ້າຫົ່ມ, ມຸ້ງ, ສາດ, ໜໍ່ແກງ, ໝໍ້ໜຶ່ງເຂົ້າ, ຖ້ວຍ, ປວງ ແລະ ອື່ນໆ ລວມມູນຄ່າ 3,733,000 ກີບ ລວມມູນຄ່າທັງໝົດ 111,733,000 ກີບ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຜູ້ຖືກຜົນເສຍຫາຍໄດ້ຮັບການຊ່ວຍເຫຼືອຢ່າງທັນການ ແລະ ກັບເຂົ້າສູ່ສະພາບປົກກະຕິນັ້ນ ການນໍາແຂວງ, ການນໍາເມືອງງາ ໄດ້ລົງສຶກສາອົບຮົມດ້ານແນວຄິດໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບໃຫ້ມີ ຄວາມອຸ່ນອຽງ, ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ນອກນີ້, ໄລຍະພາຍຫຼງເກີດເຫດ ຄະນະປະຈຳພັກເມືອງ ໄດ້ແບ່ງບັນຈຸຊັບຊ້ອນພະນັກງານ, ທະຫານ, ຕຳຫຼວດ ແລະ ອົງການປົກຄອງບ້ານພ້ອມດ້ວຍປະຊາຊົນໃນບ້ານ ເປັນ 2 ທີມຄື: ທີມທີ່1: ລົງຊ່ວຍປະຊາຊົນສ້ອມແປງເຮືອນທີ່ເປເພ, ພ້ອມທັງອະນາໄມດ້ານທີ່ຢູ່ອາໄສ ແລະ ໃຫ້ການຊ່ວຍເຫຼືອດ້ານການແພດຢູ່ຈຸດເຂດນຳ້ຖ້ວມ ສຳເລັດ 90%, ທີມທີ່2: ໄດ້ສົມທົບກັບອົງການຈັດຕັ້ງບ້ານ ແລະຄອບຄົວຜູ້ເສຍຊີວິດ ຊອກຄົ້ນ,ຄົ້ນຫາເປັນເວລາ 3 ວັນ ໄດ້ພົບສົບເຫັນສົບຜູ້ເສຍຊີວິດແລ້ວ ຈໍານວນ 6 ສົບ, ພ້ອມທັງມ້ຽນຄາບ ສົ່ງສະການຕາມຮີດຄອງຂອງບ້ານ ແລະ ຍັງ 3 ສົບແມ່ນກໍາລັງຄົ້ນຫາ.