ກໍາປູເຈຍຢຸດນໍາເຂົ້າສັດລ້ຽງຈາກໄທຊົ່ວຄາວ ສະກັດພະຍາດແອນແທກລະບາດ

- 333 - ກໍາປູເຈຍຢຸດນໍາເຂົ້າສັດລ້ຽງຈາກໄທຊົ່ວຄາວ ສະກັດພະຍາດແອນແທກລະບາດ
- kitchen vibe - ກໍາປູເຈຍຢຸດນໍາເຂົ້າສັດລ້ຽງຈາກໄທຊົ່ວຄາວ ສະກັດພະຍາດແອນແທກລະບາດ

         ກໍາປູເຈຍສັ່ງຫ້າມນໍາເຂົ້າສັດລ້ຽງ ແລະ ຜະລິດຕະພັນທີ່ກ່ຽວຂ້ອງຈາກໄທຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດແອນແທກ.

       ກະຊວງກະສິກໍາ, ປ່າໄມ້ ແລະ ປະມົງກໍາປູເຈຍ ປະກາດໃນວັນທີ 7 ພຶດສະພາວ່າ: ກະຊວງກໍາລັງຕິດຕາມການແຜ່ລະບາດຂອງພະຍາດແອນແທກໃນບາງພື້ນທີ່ຂອງໄທຢ່າງໃກ້ຊິດ.

- Visit Laos Visit SALANA BOUTIQUE HOTEL - ກໍາປູເຈຍຢຸດນໍາເຂົ້າສັດລ້ຽງຈາກໄທຊົ່ວຄາວ ສະກັດພະຍາດແອນແທກລະບາດ

       ຖະແຫລງການລະບຸວ່າ: ປັດຈຸບັນຍັງບໍ່ມີລາຍງານການແຜ່ລະບາດຂອງພະຍາດຢູ່ກໍາປູເຈຍ, ແຕ່ເພື່ອເປັນການປ້ອງກັນໄວ້ກ່ອນ ທາງກະຊວງຈຶ່ງໄດ້ສັ່ງຫ້າມນໍາເຂົ້າສັດລ້ຽງ ແລະ ຜະລິດຕະພັນຈາກສັດທີ່ກ່ຽວຂ້ອງຈາກຈຸດຜ່ານແດນໄທທຸກຈຸດຊົ່ວຄາວ ແລະ ກ່າວວ່າ: ທາງການໄດ້ເຮັດວຽກຮ່ວມກັບສະຖາບັນທີ່ກ່ຽວຂ້ອງບໍລິເວນຈຸດຜ່ານແດນຢ່າງໃກ້ຊິດ ເພື່ອບັງຄັບໃຊ້ຄໍາສັ່ງຫ້າມນໍາເຂົ້າດັ່ງກ່າວ.

        ນອກຈາກນີ້, ກົມລ້ຽງສັດຂອງກໍາປູເຈຍຍັງໄດ້ຈັດຕັ້ງເຄືອຂ່າຍຕອບສະໜອງຢ່າງວ່ອງໄວໃນ 25 ເມືອງ ແລະ ແຂວງ ໂດຍມີເປົ້າໝາຍເພື່ອຕິດຕາມເຝົ້າລະວັງສຸຂະພາບສັດ ແລະ ເຂົ້າແຊກແຊງໃນກໍລະນີທີ່ເກີດເຫດສົງໄສ.

       ຂະນະທີ່ກະຊວງສາທາລະນະສຸກກໍາປູເຈຍໄດ້ອອກຖະແຫລງການໃນຕອນຄໍ່າວັນທີ 6 ພຶດສະພາ ຂໍໃຫ້ປະຊາຊົນຕື່ນຕົວ ແລະ ເນັ້ນໃຫ້ເຈົ້າໜ້າທີ່ດໍາເນີນມາດຕະການສຸຂະພາບຢູ່ຈຸດຜ່ານແດນຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ລະບາດຂອງແອນແທກ. ພ້ອມຢືນຢັນວ່າ: ຍັງບໍ່ພົບການແຜ່ລະບາດຢູ່ກໍາປູເຈຍຈົນຮອດປັດຈຸບັນ.

        ແອນແທກເປັນພະຍາດຮ້າຍແຮງທີ່ພົບໄດ້ຍາກ ເກີດຈາກແບກທີເຣຍ ເຊິ່ງສ່ວນຫລາຍຈະສົ່ງຜົນກະທົບຕໍ່ສັດລ້ຽງ ແລະ ສັດປ່າ.

- 5 - ກໍາປູເຈຍຢຸດນໍາເຂົ້າສັດລ້ຽງຈາກໄທຊົ່ວຄາວ ສະກັດພະຍາດແອນແທກລະບາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!