ຄະນະກວດກາສູນກາງພັກເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 5


ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃຫ້ສະມາຊິກພັກ-ພະນັກງານຂອງຕົນຂຶ້ນໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຄກສພ-ອກລ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ.
ກອງປະຊຸມດັ່ງກ່າວ, ເພື່ອແນໃສ່ໃຫ້ສະມາຊິກພັກ-ພະນັກງານຫລັກແຫລ່ງ ເຊື່ອມຊຶມແນວທາງນະໂຍບາຍຕ່າງໆຂອງພັກ ແລະ ລັດຖະບານວາງອອກ, ໂດຍສະເພາະມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ X ເຊື່ອມຊຶມມະຕິເລກທີ 26/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.
ໃນໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ຍົກໃຫ້ເຫັນຜົນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມສູນກາງຄົບຄະນະຄັ້ງທີ 4 ສະໄໝທີ X ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງໄດ້ເຊີດຊູຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງສູນກາງພັກ-ລັດຖະບານ ແລະ ພ້ອມກັນຍົກສູງຄວາມຮັບຜິດຊອບເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຄັ້ງນີ້, ໃຫ້ເປັນຂະບວນຟົດຟື້ນ, ແຂງແຮງ, ຕໍ່ເນື່ອງ, ເຮັດໃຫ້ວຽກງານຈຸດສຸມທີ່ສູນກາງພັກວາງອອກໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຢ່າງຈົບງາມ, ປະກອບສ່ວນໂດຍກົງເຂົ້າໃນຜົນສຳເລັດລວມໃນໄລຍະເຄິ່ງສະໄໝແຫ່ງການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ.