ແຂວງຫົວພັນ ທຳລາຍເບຍ BEBECO ລັກລອບນຳເຂົ້າບໍ່ຖືກຕ້ອງ 693 ແກັດ
May 12, 2025 - 11:55 AM


ວັນທີ 9 ພຶດສະພາ 2025 ນະແນກອຸດສາຫະກຳ ແລະການຄ້າແຂວງຫົວພັນ ຈັດພິທີທຳລາຍສິນຄ້ານຳເຂົ້າໂດຍບໍ່ຖືກຕ້ອງ ຫຼື ສິນຄ້າເກືອດຫ້າມ ສິນຄ້າບໍ່ມີໃບອານຸຍາດນຳເຂົ້າ ແລະ ບໍ່ມີໃບຢັ້ງຢືນ ອຍ ສີນຄ້າທີນຳເຂົ້າບໍ່ຖືກຕ້ອງຕາມສະບຽບກົດໝາຍ. ມີທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ ຜູ້ຊີ້ນຳວຽກເສດທະກິດຂັ້ນແຂວງ ແລະ ມີຫົວໜ້າພະແນກ ຮອງພະແນກ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.
ສິນຄ້າທີ່ນຳມາທຳລາຍຖິ້ມໃນຄັ້ງນີ້ ແມ່ນຢຶດໄດ້ຢູ່ເສັ້ນທາງຊຳເຫໜືອ-ໜອງຄ້າງ ເບຍຫວຽດນາມ ຍີ່ຫໍ້ BEBECO ເບເບໂກ ຈຳນວນ 693 ແກັດ ລວມມູນຄ່າ 76,230,000 ກີບ ບໍ່ມີໃບອະນຸຍາດ.
ໂດຍປະຕິບັດຕາມຂໍ້ຕົກລົງວ່າດ້ວຍການອະນຸຍາດຢຶດສິນຄ້າປະເພດເບຍຫວຽດນາມ ຍີ່ຫໍ້ BEBECO ເບເບໂກ ເລກທີ 254/ຈຂ ຫົພ ລົງວັນທີ 19 ກຸມພາ 2025 ສະນັ້ນ ເຈົ້າໜ້າທີ່ກວດກາການຄ້າ ພ້ອມດ້ວຍພາກສວນທີ່ກ່ຽວຂ້ອງຈິ່ງໄດ້ທຳລາຍສິນຄ້າດັ່ງກ່າວ ໂດຍການໃຊ້ລົດຢຽບ.