ຫິມະຕົກໜັກຈົນຈຸດໂທດຫາຍ (ຄລິບ)

- aHR0cHM6Ly9zLmlzYW5vb2suY29tL3NwLzAvdWQvMTMwLzY1MTM4OS9nLmpwZw - ຫິມະຕົກໜັກຈົນຈຸດໂທດຫາຍ (ຄລິບ)
- kitchen vibe - ຫິມະຕົກໜັກຈົນຈຸດໂທດຫາຍ (ຄລິບ)

ບໍ່​ຄ່ອຍ​ມີ​ໃຫ້​ເຫັນ​ຈາກ​ບານ​ເຕະ​ບຸນ​ເດ​ສລີ​ກາ ​ເຢຍລະ​ມັນ ​ໃນ​ວັນ​ທີ 10 ທັນວາຜ່ານ​ມາ ຄູ່​ລະຫວ່າງ ​ໂຄ​ໂລນ ​​ເປີດ​ບ້ານ​ພົບ ​ໄຟ​ຣບວກ.

- Visit Laos Visit SALANA BOUTIQUE HOTEL - ຫິມະຕົກໜັກຈົນຈຸດໂທດຫາຍ (ຄລິບ)
- Visit Laos Visit SALANA BOUTIQUE HOTEL - ຫິມະຕົກໜັກຈົນຈຸດໂທດຫາຍ (ຄລິບ)

​ເປັນ​ເຫດການ​ທີ່​ເກີດ​ຂຶ້ນ​ໃນ​ນາທີ 16 ຂະນະ​ທີ່​ເຈົ້າຖິ່ນ​ນຳ​ຢູ່ 1-0 ​ແລ້ວ​ໄດ້​ຈຸດ​ໂທດ ​ແຕ່​ປາກົດ​ວ່າ ​ໂຣ​ເບິດ ຄຳ​ກ້າ ຜູ້​ຕັດສິນ​ໃນ​ສະໜາມ​ພັດ​ຫາ​ຈຸດ​ວາງ​ບານ​ສຳລັບ​ຍິງ​ຈຸດ​ໂທດ​ບໍ່​ເຫັນ ​ເນື່ອງ​ຈາກ​ຫິມະ​ຕົກລົງ​ມາ​ຢ່າງ​ໜັກ.

ສຸດ​ທ້າຍກຳມະການ ອາຍຸ 35 ປີ ຈຶ່ງ​ຕັດສິນ​ໃຈ​ແກ້​ໄຂ​ບັນຫາ ດ້ວຍ​ການ “ນັບ​ບາດກ້າວ” ຈາກ​ເສັ້ນປະຕູ ​ແລະ ​ເປັນ ​ເຊຣູ ກຸຍຣັສຊີ ຍິງ​ບໍ່​ພາດ ​ໃຫ້​ທີ​ມ ​ໂຄ​ໂລ​ນ ຂຶ້ນນຳ​ເປັນ 2-0 ​ໄດ້​ສຳ​ເລັດ.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ເຖິງ​ວ່າ​ເຈົ້າຖິ່ນ​ຈະ​ໄດ້​ປະຕູ​ໜີ​ຫ່າງ​ເປັນ 3-0 ​ໃນ​ນາທີ 29 ​ແຕ່​ສຸດ​ທ້າຍ​ພັດ​ຖືກ​ທີ​ມຢາມ​ຍິງ​ຄືນ 4 ປະຕູ​ແບບ​ເຫລືອ​ເຊື່ອ ​ເມື່ອ​ເສຍ​ຈຸດ​ໂທດ​ເຖິງ 2 ລູກ​ໃນ​ນາທີ 90 ​ແລະ 90+5 ​ເຮັດ​ໃຫ້​ຈົບ​ເກມ ​ໂຄ​ໂລ​ນ ​ເສຍ​ໃຫ້ ​ໄຟຣບວກ ​3-4.

- 4 - ຫິມະຕົກໜັກຈົນຈຸດໂທດຫາຍ (ຄລິບ)
- 5 - ຫິມະຕົກໜັກຈົນຈຸດໂທດຫາຍ (ຄລິບ)
- 3 - ຫິມະຕົກໜັກຈົນຈຸດໂທດຫາຍ (ຄລິບ)