ກຳເນີດດາວດວງໃໝ່! ຣິໂກ້ ລູອິສ ແຈ້ງເກີດກັບ ແມນ ຊິຕີ້ ສ້າງສະຖິຕິໃນ UCL

- skysports rico lewis man city 5952472 - ກຳເນີດດາວດວງໃໝ່! ຣິໂກ້ ລູອິສ ແຈ້ງເກີດກັບ ແມນ ຊິຕີ້ ສ້າງສະຖິຕິໃນ UCL
- kitchen vibe - ກຳເນີດດາວດວງໃໝ່! ຣິໂກ້ ລູອິສ ແຈ້ງເກີດກັບ ແມນ ຊິຕີ້ ສ້າງສະຖິຕິໃນ UCL

ຣິໂກ້ ລູອິສ ກອງຫລັງຮີມເສັ້ນທາງຂວາຂອງ ແມນເຊັສເຕີ ຊິຕີ້ ສ້າງໄດ້ຢ່າງຍິ່ງໃຫຍ່ໃຫ້ກັບຕົນເອງ ຫລັງຈາກທີ່ຖືກສົ່ງລົງເປັນໂຕຈິງໃນເກມ ແຊ້ມປ້ຽນລີກ ນັດເປີດບ້ານເອົາຊະນະ ເຊບີຍາ 3-1 ເມື່ອວັນພຸດທີ 2 ພະຈິກທີ່ຜ່ານມາ ແລະ ສ້າງສະຖິຕິໃນລາຍການໄດ້ສຳເລັດ

ລູອິສ ອາຍຸ 17 ປີ ຍິງປະຕູຕັ້ງແຕ່ເກມເປີດສະໜາມຖ້ວຍໃຫຍ່. ໂດຍລາວຍິງຕີສະເໝີໃຫ້ກັບທີມ 1-1 ໃນເຄິ່ງເວລາຫລັງຈາກຈັງຫວະທີ່ ຈູລຽນ ອັນວາເຣສ ກອງໜ້າຊາວອາເຈນຕິນາ ແທງບານຜ່ານໃຫ້ຫລຸດເຂົ້າໄປຍິງປະຕູ

- Visit Laos Visit SALANA BOUTIQUE HOTEL - ກຳເນີດດາວດວງໃໝ່! ຣິໂກ້ ລູອິສ ແຈ້ງເກີດກັບ ແມນ ຊິຕີ້ ສ້າງສະຖິຕິໃນ UCL

ຈາກຜົນງານດັ່ງກ່າວ ມີການເປີດເຜີຍວ່າກອງຫລັງທີມຊາດອັງກິດທີ່ເຂົ້າມາຢູ່ກັບເຮືອໃບສິຟ້າຕັ້ງແຕ່ ອາຍຸ 8 ປີ ໄດ້ກາຍເປັນຜູ້ຫລິ້ນຂອງ ພຣີເມຍລີກ ອາຍຸນ້ອຍທີ່ສຸດທີ່ຍິງໃນເກມແຊ້ມປ້ຽນລີກໄດ້ສໍາເລັດ

ຂະນະ​ດຽວ​ກັນ ລູອິສ ຍັງ​ໄດ້​ທຳລາຍ​ສະຖິຕິ​ຂອງ ຄາຣິມ ເບນ​ເຊ​ມ່າ ທີ່​ລາວ​ເຄີຍ​ເຮັດ​ໄວ້​ກັບ ​ລີ​ຢົງ ໂດຍ​ກາຍ​ເປັນ​ນັກເຕະ​ອາຍຸ​ນ້ອຍ​ທີ່​ສຸດ​ທີ່ຍິງປະຕູໃນ​ການ​ແຂ່ງຂັນ​ໄດ້ນັບ​ແຕ່​ນັດທຳອິດທີ່ລົງເປັນໂຕຈິງ​ໃນ​ໄວ​ 17 ປີ 346 ວັນ ​ໂດຍ​ກອງ​ໜ້າ​ຊາວ​ຝຣັ່ງ ເຄີຍສ້າງ​ສະຖິຕິໄວ້ທີ່ 17 ປີ 352 ໃນເກມກັບ ໂຣເຊນບັອກ ປີ 2005

ນອກນັ້ນຍັງບໍ່ພໍ ລູອິສ ຍັງເປັນນັກເຕະຄົນທີ 2 ຂອງເມືອງຜູ້ດີ ຫລັງຈາກ ຈູດ ເບລິງແຮມ ທີ່ຍິງປະຕູໃນໄດ້ເກມແຊ້ມປ້ຽນລີກ ກ່ອນ​ທີ່​ຈະ​ມີ​ອາ​ຍຸ 18 ປີ​ເຊັ່ນ​ດຽວ​ກັນ​

- 3 - ກຳເນີດດາວດວງໃໝ່! ຣິໂກ້ ລູອິສ ແຈ້ງເກີດກັບ ແມນ ຊິຕີ້ ສ້າງສະຖິຕິໃນ UCL
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!