ວາງສີລາລືກກໍ່ສ້າງໂຮງຮຽນມັດທະຍົມ ສີທະນາໄຊຂອງຂວັນ ເລຂາທິການໃຫຍ່ ຫງວຽນ ຟູຈ້ອງ


ພິທີວາງສີລາລືກໂຄງການກໍ່ສ້າງໂຮງຮຽນມັດທະຍົມປາຍ ສີທະນາໄຊ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ຂອງຂວັນຈາກ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນ ຟູຈ້ອງ ໃນໂອກາດມາຢ້ຽມຢາມລາວ ເມື່ອເດືອນພະຈິກ 2016 ຜ່ານມາ ໄດ້ມີຂຶ້ນໃນວັນທີ 13 ທັນວານີ້ ໂດຍການເຂົ້າຮ່ວມຂອງທ່ານ ຄຳເກີດ ວອນຄຳ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ຫງວຽນ ຮຸຍຕັງ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ທ່ານ ເຈິນວັນຄາງ ອຳນວຍການຄະນະກຳມະການຄຸ້ມຄອງໂຄງການກໍ່ສ້າງຂອງສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍອຸປະທູດ ສສ ຫວຽດນາມປະຈຳລາວ ແລະ ພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມນຳດ້ວຍ.
ຮອງເຈົ້າແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນມັດທະຍົມດັ່ງກ່າວມີມູນຄ່າທັງໝົດ 30 ຕື້ດົງ (ສະກຸນເງິນຫວຽດນາມ) ຫລື ປະມານ 150 ພັນໂດລາ, ຈະກໍ່ສ້າງຢູ່ໃນພື້ນທີ່ກວ້າງ 2.126 ຕາແມັດ, ປະກອບມີອາຄານຮຽນສູງ 4 ຊັ້ນ ປະກອບດ້ວຍ 8 ຫ້ອງຮຽນ, ຫ້ອງທົດລອງ, ສະໂມສອນ, ຫ້ອງການຄູອາຈານຈຳນວນ 8 ຫ້ອງ ທີ່ປະກອບອຸປະກອນໂຕະຕັ່ງຕ່າງໆຄົບຊຸດ, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດ ແລະ ເປີດນຳໃຊ້ໃນສົກຮຽນ 2018-2019 ທີ່ຈະມາເຖິງນີ້.
ຂອງຂວັນດັ່ງກ່າວບໍ່ພຽງແຕ່ເປັນການປະກອບສ່ວນເຂົ້າໃນການພັດທະນາການສຶກສາຂອງລາວເຕີບໃຫຍ່ເຂັ້ມແຂງເທົ່ານັ້ນ ມັນຍັງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ນັບມື້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.